• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສົນທະນາດ້ານປ້ອງກັນຊາດ ຂັ້ນຮອງລັດຖະມົນຕີ ຫວຽດນາມ - ສ.ເກົາຫຼີ ຄັ້ງທີ 7

      ກອງປະຊຸມສົນທະນາດ້ານປ້ອງກັນຊາດ ຂັ້ນຮອງລັດຖະມົນຕີ ຫວຽດນາມ - ສ.ເກົາຫຼີ ຄັ້ງທີ 7 ລະຫວ່າງກະຊວງຕໍາຫຼວດຫວຽດນາມ ແລະ ອົງການສືບລາຊະການລັບແຫ່ງຊາດສ.ເກົາຫຼີ ຖືກດໍາເນີນໃນຕອນເຊ້ົ້າວັນທີ 11 ພະຈິກ ຢູ່ຮ່າໂນ້ຍ.

ກອງປະຊຸມສົນທະນາດ້ານປ້ອງກັນຊາດ ຂັ້ນຮອງລັດຖະມົນຕີ ຫວຽດນາມ - ສ.ເກົາຫຼີ ຄັ້ງທີ 7 (ພາບ: VOV)
      ທ່ານພົນໂທ ບຸ່ຍວັນນາມ, ຮອງລັດຖະມົນຕີກະຊວງຕໍາຫຼວດຫວຽດນາມ ແລະ ທ່ານ Choi Yong Hwan ຮອງຜູ້ອໍານວຍການທີ 1  ອົງການສືບລາຊະການລັບ ແຫ່ງຊາດ ສ.ເກົາຫຼີ ເປັນປະທານກອງປະຊຸມ.
        ນະທີ່ນີ້, ສອງຝ່າຍໄດ້ເຫັນດີ ຈະເປີດກວ້າງຮູບແບບ, ເນື້ອໃນ ແລະ ລວງເລິກຂອງຂໍ້ມູນຂ່າວສານທີ່ນໍາມາປຶກສາຫາລືກ່ຽວກັບສະພາບຄວາມໝັ້ນຄົງພາຍໃນພາກພື້ນ ແລະ ຄວາມສະຫງົບຂອງແຕ່ລະປະເທດ, ຮັບໃຊ້ໃຫ້ແກ່ວຽງານແຈ້ງເຕືອນປ້ອງກັນຈາກທາງໄກ, ວາງກໍານົດນະໂຍບາຍ ຮັບປະກັນຄວາມສະຫງົບປອດໄພຂອງແຕ່ລະປະເທດ; ສົມທົບກັນປ້ອງກັນຄວາມສະຫງົບ, ປອດໄພໃຫ້ແກ່ຄະນະຜູ້ແທນສອງປະເທດ, ກອງປະຊຸມ, ເຫດການສາກົນທີ່ສໍາຄັນທີ່ດໍາເນີນຢູ່ແຕ່ລະປະເທດ; ຮັບປະກັນຄວາມສະຫງົບປອດໄພ ແລະ ສິດຜົນປະໂຫຍດອັນຊອບທໍາຂອງພົນລະເມືອງປະເທດເພື່ອນມິດທີ່ມາເຮັດວຽກ, ສຶກສາຮໍ່າຮຽນ ແລະ ດໍາລົງຊີວິດຢູ່ປະເທດຂອງຕົນ. ສອງຝ່າຍກໍເຫັນດີເພີ່ມທະວີການແລກປ່ຽນບົດຮຽນປະສົບການ, ຈັດສົ່ງນັກຊ່ຽວຊານ, ການໜູນຊ່ວຍທາງດ້ານອຸປະກອນ, ບໍາລງຸສ້າງພະນັກງານ ປະຕິບັດວຽກງານຮັບປະກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

“ສົນທິສັນຍາ ຮ່າໂນ້ຍ”, ເອກະສານນິຕິກຳສະບັບທຳອິດຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ທີ່ໄດ້ຮັບຮອງໂດຍສະມັດຊາໃຫຍ່ ສປຊ ໃນວັນທີ 24 ທັນວາ 2024 ແລະ ໄດ້ເປີດພິທີລົງນາມຢ່າງເປັນທາງການ ຢູ່ຮ່າໂນ້ຍໃນວັນທີ 25 – 26 ຕຸລາ 2025, ພາຍໃຕ້ການເປັນປະທານຮ່ວມຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres. ເຫດການນີ້ບໍ່ພຽງແຕ່ເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືທົ່ວໂລກກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ເທົ່ານັ້ນຫາກຍັງຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງຫວຽດນາມ ໃນການແບ່ງປັນຄວາມຮັບຜິດຊອບໃນການປ້ອງກັນຄວາມປອດໄພທາງອິນເຕີເນັດອີກດ້ວຍ.

Top