• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສຳມະນາວິສາຫະກິດກະສິກຳ, ສິນໃນນ້ຳຂອງເຂດທົ່ງພຽງແມ່ນ້ຳຂອງ


(ພາບ​ປະ​ກອບ​ອີນ​ເຕີ​ແນັດ)
      ກອງ​ປະ​ຊຸ​ມ​ສຳ​ມະ​ນາ “ວິ​ສາ​ຫະ​ກິດ​ກະ​ສິ​ກຳ, ສິ​ນ​ໃນ​ນ້ຳ​ເຂດ​ທົ່​ງ​ພ​ຽງ​ແມ່​ນ້ຳ​​ຂອງ​ທາງ​ພາກ​ໃຕ້​ຫວຽດ​ນາມ ພາຍ​ໃຕ້​ຜົນ​ກະ​ທົບ​ຂອງ​ການ​ຜັນ​ປ່ຽນ​ດ້ານ​ເສດ​ຖະ​ກິດ​ໂລກ​ປີ 2017” ​ໂດຍນອນ​ໃນ​ຂອບ​ເຂດ​ຂອງ​ແຜນ​ຮ່າງ “ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ ກາງເພື່ອ​ພັດ​ທະ​ນາ​ບັນ​ດາ​ກຸ່ມ​ຮ່ວ​ມ​ສຳ​ພັນ​ຂະ​ແໜງ ໃນ​ລະ​ບົບ​ມູນ​ຄ່າ​ເຂດ​ກະ​ສິ​ກຳ​ຊົນ​ນະ​ບົດ”, ​ຫ້ອງ​ການ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ​ຫວຽດ​ນາມ (VCCI) ຢູ່​ເກີນ​ເທີ ຈັດ​ຕັ້ງ​ຫວ່າງ​ແລ້ວນີ້. ເຂົ້າ​ຮ່ວມກອງ​ປະ​ຊຸ​ມ​ສຳ​ມະ​ນາ, ທ່ານ​ປະ​ລິ​ຍາ​ເອກ ເລ​ດັງ​ແຢງ, ນັກ​ຊ່ຽວ​ຊານ​ດ້ານ​ເສດ​ຖະ​ກິດ ໃຫ້​ຂໍ້​ສັງ​ເກດ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ ຕໍ່​ໜ້າ​ການ​ຜັນ​ແປຍາກ​ທີ່​ຈະ​ຄາດ​ຄະ​ເນ​ລ່ວງ​ໜ້າ​ໄດ້ ຂອງ​ເສດ​ຖະ​ກິດ  - ການ​ເມືອງ ໂລກ. ສະ​ນັ້ນ,  ເຂດ​ທົ່ງ​ພຽງ​ແມ່​ນ້ຳ​​ຂອງ​ທາງ​ພາກ​ໃຕ້​ຫວຽດ​ນາມ ພວມ​ຢືນ​ຢ​ູ່​ຕໍ່​ໜ້າ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ສ້າງ​ໂຄງ​ປະ​ກອບ​​ເສດ​ຖະ​ກິດ​ຄືນ​ໃ​ໝ່ ເພື່ອ​ຮັບ​ມື​ກັບ​ບັນ​ດາ​ຄວາມ​​ສ່ຽງ​ຍ້ອນ​ຜົນ​ກະ​ທົບ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ໄພ​ແຫ້ງ​ແລ້ງ, ນ້ຳ​ທະ​ເລ​ຊຶມ​ເຂົ້າ; ບັນ​ດາ​ຮົ້ວ​ກີດ​ຂວາງ​ດ້ານ​ພາ​ສີ… ຍ້ອນ​ເຫດນັ້ນ, ບັນ​ດາ​ວິ​ສາ​ຫະ​ກິດ​ໃນ​​ເຂດ ແລະ​ທົ່ວ​ປະ​ເທດ​ຕ້ອງ​ມີ​ວິ​ທີ​ສຳ​ພັດ​ຢ່າງ​ເໝາະ​ສົມ​ເພື່ອ​​ບືນ​ຕົວຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ.
 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top