• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສຳມະນາວິທະຍາສາດ “ລະບົບການເມືອງລາວ - ຫວຽດນາມ, ໄຈ້ແຍກ, ປຽບທຽບ”

      ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ 227 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 42 ປະເທດ ແລະ ເຂດແຄ້ວນ.

ກອງປະຊຸມສຳມະນາວິທະຍາສາດ ລະບົບການເມືອງລາວ - ຫວຽດນາມ, ໄຈ້ແຍກ, ປຽບທຽບ
(ພາບ: TTXVN)
      ເພືຶ່ອນ ສຸກມະລີ ທຳມະວົງສາ, ຢູ່ນະຄອນຫຼວງວຽງຈັນ ໄດ້ສົ່ງອີແມວມາລາຍການໂດຍແບ່ງປັນວ່າ: ຂ້າພະເຈົ້າໄດ້ຕິດຕາມຄໍລຳຫວຽດນາມ - ລາວ ໃນເວັບໄຊ, ຂ້າພະເຈົ້າມີຄວາມສົນໃຈເຖິງສະພາບການຮ່ວມມືລະຫວ່າງ 2 ປະເທດ ແລະ ໄດ້ຮູ້ວ່າ, ລາຍການພາກພາສາລາວ ແມ່ນຫົວໜ່ວຍຊ່ວຍໃຫ້ບັນດາຜູ້ຟັງມີຄວາມເຂົ້າໃຈກວ່າ ກ່ຽວກັບບັນດາການເຄື່ອນໄຫວຮ່ວມມືລະຫວ່າງ 2 ປະເທດ. ໃນອາທິດຜ່ານມາ, ຂ້າພະເຈົ້າໄດ້ຮັບຂ່າວວ່າ 2 ສະຖາບັນການເມືອງແຫ່ງຊາດຫວຽດນາມ - ລາວ ໄດ້ສົມທົບກັນຈັດຕັ້ງກອງປະຊຸມສຳມະນາວິທະຍາສາດ. ຂ້າພະເຈົ້າຢາກຮູ້ຂໍ້ມູນກ່ຽວກັບເນື້ອໃນຂອງກອງປະຊຸມດັ່ງກ່າວຢ່າງລະອຽດກວ່າ.
        ເພືຶ່ອນ ສຸກມະລີ ທຳມະວົງສາ ທີ່ຮັກແພງ, ວັນທີ 23 ພຶດສະພາ, ຢູ່ສະຖາບັນການເມືອງ - ການປົກຄອງແຫ່ງຊາດລາວ, ນະຄອນຫຼວງວຽງຈັນ, ສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ ໄດ້ສົມທົບກັບສະຖາບັນການເມືອງ - ການປົກຄອງແຫ່ງຊາດລາວ ຈັດຕັ້ງກອງປະຊຸມສຳມະນາວິທະຍາສາດ “ລະບົບການເມືອງລາວ - ຫວຽດນາມ, ໄຈ້ແຍກ, ປຽບທຽບ”. ທ່ານຮອງຫົວໜ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈິມິນ ເລກ໋ວກລີ໋ ໃຫ້ຮູ້ວ່າ, ກອງປະຊຸມສຳມະນາຄັ້ງນີ້ ຕົ້ນຕໍແມ່ນລົງເລິກໄຈ້ແຍກ, ປຽບທຽບລະບົບການເມືອງຫວຽດນາມ - ລາວ ເພື່ອເຮັດແຈ້ງບັນດາຄຸນຄ່າລວມ ແລະ ສະເໜີບັນດາມາດຕະການສຳຄັນ ຊ່ວຍແກ້ໄຂບັນດາບັນຫາ, ສິ່ງທ້າທາຍຂອງ 2 ລະບົບການເມືອງ, ປະກອບສ່ວນສືບຕໍ່ປ່ຽນໃໝ່ລະບົບການເມືອງໃຫ້ນັບມື້ນັບຕອບສະໜອງຄວາມຕ້ອງການຂອງສັງຄົມ ແລະ ການພັດທະນາແບບຍືນຍົງຂອງປະເທດຊາດໃຫ້ເປັນຢ່າງດີ. ທ່ານ ເລກ໋ວກລີ໋ ເນັ້ນໜັກວ່າ, ການຮ່ວມມືຄົ້ນຄວ້າລະຫວ່າງບັນດານັກວິທະຍາສາດຂອງ 2 ສະຖາບັນກ່ຽວກັບລະບົບການເມືອງຂອງ 2 ປະເທດໃນປະຈຸບັນແມ່ນມີຄວາມໝາຍທີ່ສຸດ, ບັນດາການກຳນົດທິດ ແລະ ມາດຕະການແກ້ໄຂໃຫ້ແກ່ການສືບຕໍ່ປ່ຽນແປງໃໝ່ລະບົບການເມືອງຂອງຫວຽດນາມ - ລາວ, ສ້າງເງື່ອນໄຂໃຫ້ແກ່ການພັດທະນາແບບຍືນຍົງຂອງທັງ 2 ປະເທດໃນໄລຍະໃໝ່. ສ່ວນທ່ານຫົວໜ້າສະຖາບັນການເມືອງ - ການປົກຄອງແຫ່ງຊາດລາວ ທອງສະລິດ ມັງໜໍ່ເມກ ຖືວ່າ, ບັນດານັກວິທະຍາສາດຂອງ 2 ປະເທດ ຄວນໄຈ້ແຍກ, ຕີລາຄາ ແລະ ປຽບທຽບລະບົບການເມືອງຂອງລາວ ແລະ ຫວຽດນາມ ຢ່າງພາວະວິໄສ, ແນໃສ່ປັບປຸງລະບົບອົງການຈັດຕັ້ງ, ຍົກສູງບົດບາດ, ພາລະບົດບາດ ແລະ ໜ້າທີ່ຂອງແຕ່ລະອົງການ, ຫົວໜ່ວຍ, ຍົກສູງລັກສະນະກະຈ່າງແຈ້ງ ແລະ ຄຸນນະພາບໃນການນຳພາ ແລະ ຄຸ້ມຄອງ…

ຄະນະສຳຫຼວດ 2 ຝ່າຍຫວຽດນາມ - ລາວ
(ພາບ: bienphong)
      ເພື່ອນ ບຸນທະວີ ອິນທະວົງ, ຢູ່ນະຄອນຫຼວງວຽງຈັນ ໄດ້ສົ່ງອີແມວມາລາຍການຢາກຊອກຮູ້ກ່ຽວກັບການຍົກລະດັບ 3 ຄູ່ດ່ານຊາຍແດນຮັບໃຊ້ຄວາມຕ້ອງການພັດທະນາຂອງ 2 ປະເທດຫວຽດນາມ - ລາວ. ນັ້ນແມ່ນບັນດາຄູ່ດ່ານຊາຍແດນໃດແດ່?
        ເພື່ອນ ບຸນທະວີ ອິນທະວົງ ທີ່ຮັກແພງ, ໄລຍະຜ່ານມາ, ຄະນະສຳຫຼວດ 2 ຝ່າຍຫວຽດນາມ - ລາວ ໄດ້ດຳເນີນການສຳຫຼວດຢູ່ບັນດາດ່ານຊາຍແດນ ທົງທຸ, ຕາມເຮີບ ແລະ ແທງຖູຍ ແຂວງ ເງະອານ. ຄະນະສຳຫຼວດກວດກາ 2 ຝ່າຍໄດ້ດຳເນີນການສຳຫຼວດກວດກາສະພາບຕົວຈິງຢູ່ບັນດາດ່ານຊາຍແດນສຳຮອງ ທົງທູ - ນ້ຳໄຕ, ດ່ານຊາຍແດນສຳຮອງ ຕາມເຮີບ - ທອງມີໄຊ ແລະ ດ່ານຊາຍແດນຕົ້ນຕໍ່ ແທງຖູຍ - ນ້ຳອອນ ເພື່ອຮັບໃຊ້ໃຫ້ການກຳນົດແຜນຜັງລະບົບດ່ານຊາຍແດນຮອດປີ 2025, ວິໄສທັດຮອດປີ 2035. ບົນພື້ນຖານສະພາບຕົວຈິງ ແລະ ຄວາມຕ້ອງການເຂົ້າ - ອອກເມືອງ, ການພັດທະນາເສດຖະກິດ, ວັດທະນະທຳ, ສັງຄົມ ແລະ ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຄະນະສຳຫຼວດລະຫວ່າງຂະແໜງໄດ້ສະເໜີຂັ້ນມີສິດອຳນາດຂອງ 2 ປະເທດ ພິຈາລະນາ, ປະເມີນຜົນ ແລະ ເຫັນດີຍົກລະດັບຄູ່ດານຊາຍແດນ ທົງທຸ - ນ້ຳໄຕ ແລະ ດ່ານຊາຍແດນສຳຮອງ ຕາມເຮີບ - ທອງມີໄຊ ໃຫ້ເປັນດ່າຍຊາຍແດນຕົ້ນຕໍ່; ຍົກລະດັບຄູ່ດານຊາຍແດນ ແທງຖູຍ - ນ້ຳອອນ ໃຫ້ກາຍເປັນດ່ານຊາຍແດນສາກົນ ໃນແຜນຮ່າງການກຳນົດແຜນຜັງ ແລະ ພັດທະນາດ່ານຊາຍແດນ ຫວຽດນາມ - ລາວ ຮອດປີ 2025, ວິໄສທັດຮອດປີ 2035.

ພິທີລົງນາມແຮກສ່ຽວ
(ພາບ: baonghean)
      ເພື່ອນ ຫງວຽນຮ່ວາຍທູ, ອະດີດນັກສຶກສາຫວຽດນາມ ທີ່ເຄີຍຮ່ຳຮຽນຢູ່ລາວ, ປະຈຸບັນພວມດຳລົງຊີວິດຢູ່ແຂວງຮ່າຕິ້ງ ໄດ້ໂທລະສັບມາຫາລາຍການໂດຍແບ່ງປັນວ່າ: ຜ່ານມາ, ຂ້າພະເຈົ້າໄດ້ຮັບຂ່າວວ່າຢູ່ແຂວງຫົວພັນ, ປະເທດລາວ ໄດ້ຈັດພິທີແຮກສ່ຽວລະຫວ່າງ 2 ບ້ານຢູ່ເຂດຊາຍແດນຫວຽດນາມ - ລາວ. ຂ້າພະເຈົ້າຢາກຮູ້ວ່າ, ນີ້ແມ່ນຄູ່ບ້ານທີ່ເທົ່າໃດທີ່ລົງນາມແຮກສ່ຽວກັນລະຫວ່າງ 2 ປະເທດ.
        ເພື່ອນ ຫງວຽນຮ່ວາຍທູ ທີ່ຮັກແພງ, 2 ຄູ່ບ້ານທີ່ຫາກໍ່ຈັດພິທີລົງນາມແຮກສ່ຽວແມ່ນບ້ານ ປຸ້ງວ້າຍ, ກຸ່ມບ້ານຜາແດງ, ເມືອງກວັນ, ແຂວງຫົວພັນ, ປະເທດລາວ ແລະ ບ້ານ ຟ່າຈ໋ຽງ, ຕາແສງ ມິ້ລິ໋, ເມືອງກີເຊີນ, ແຂວງເງະອານ. ນີ້ແມ່ນຄູ່ບ້ານທີ 19 ຢູ່ເສັ້ນຊາຍແດນຫວຽດນາມ - ລາວ ຈັດຕັ້ງພິທີລົງນາມແຮກສ່ຽວ. ວັນທີ 22 ພຶດສະພາ ຜ່ານມາ, ໄດ້ດຳລົງພິທີລົງນາມຢ່າງເປັນທາງການ. ທີ່ພິທີ, ອຳນາດການປົກຄອງຂອງ 2 ບ້ານ ປຸ້ງວ້າຍ ແລະ ຟ່າຈ໋ຽງ ໄດ້ຮັບຮອງເອົາບົດບັນທຶກຊ່ວຍຈຳ, ເຫັນດີເປັນເອກະພາບຕໍ່ບັນດາເນື້ອໃນພ້ອມກັນປະຕິບັດ, ບົນພື້ນຖານແຜນນະໂຍບາຍການຕ່າງປະເທດຂອງ 2 ພັກ, 2 ລັດ ແລະ ບັນດາສັນຍາ, ກົດລະບຽບເຂດຊາຍແດນຫວຽດນາມ - ລາວ ເຊິ່ງ 2 ປະເທດໄດ້ລົງນາມ, ມຸ່ງໄປເຖິງການສ້າງເສັ້ນຊາຍແດນທີ່ປອດໄພ, 2 ຝ່າຍພ້ອມກັນພັດທະນາ ແລະ ໜູນຊ່ວຍເຊິ່ງກັນແລະກັນໃນທຸກດ້ານ, ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບລະຫວ່າງ 2 ປະເທດຫວຽດນາມ - ລາວ ໃຫ້ນັບມື້ນັບໝັ້ນຄົງແໜ້ນແຟ້ນ. 2 ຝ່າຍກໍ່ຈະຕັ້ງໜ້າໂຄສະນາ, ຂົນຂວາຍປະຊາຊົນປົກປັກຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍແດນ; ໜູນຊ່ວຍ, ຊ່ວຍເຫຼືອເຊິ່ງກັນແລະ ກັນ ພັດທະນາເສດຖະກິດ, ວັດທະນະທຳ ສັງຄົມ, ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ…
ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນຂອງທ່ານຜູ້ຟັງທີ່ຝາກມາລາຍການໃນອາທິດຜ່ານມາ, ຫວັງວ່າ ທ່ານຜູ້ຟັງຈະສືບຕໍ່ຝາກຈົດໝາຍ, ອີແມວ ຫຼື ໂທລະສັບມາຫາລາຍການ ເພື່ອປະກອບຄຳເຫັນຊ່ວຍລາຍການຂອງພວກເຮົາໃຫ້ນັບມື້ນັບດີກວ່າເກົ່າ. ພວກເພື່ອນສາມາດຝາກຈົດໝາຍມາຍັງລາຍການໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ.
 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top