• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສຳມະນາພັກກອມມູນິດ ຫວຽດນາມ - ພູມປັນຍາ, ຄຸນນະທາດ, ປ່ຽນແປງໃໝ່ເພື່ອເອກະລາດ, ເສລີພາບ ແລະ ສັງຄົມນິຍົມ

ກອງປະຊຸມສຳມະນາພັກກອມມູນິດ ຫວຽດນາມ - ພູມປັນຍາ, ຄຸນນະທາດ, ປ່ຽນແປງໃໝ່ເພື່ອເອກະລາດ, ເສລີພາບ ແລະ ສັງຄົມນິຍົມ” ຖືກດຳເນີນໃນຕອນເຊົ້າວັນທີ 16 ມັງກອນ ຢູ່ຮ່າໂນ້ຍ ໂດຍຄະນະໂຄສະນາສຶກສາສູນກາງພັກສົມທົບກັບສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ສະພາທິດສະດີສູນກາງພັກຈັດຕັ້ງຂຶ້ນ.

ກອງປະຊຸມສຳມະນາພັກກອມມູນິດ ຫວຽດນາມ - ພູມປັນຍາ, ຄຸນນະທາດ, ປ່ຽນແປງໃໝ່ເພື່ອເອກະລາດ, ເສລີພາບ ແລະ ສັງຄົມນິຍົມ (ພາບ: TTXVN)

 ທີ່ກອງປະຊຸມສຳມະນາ, ບົດທາບທາມຄວາມເຫັນ 60 ບົດຂອງບັນດານັກວິທະຍາສາດ, ຜູ້ຕາງໜ້າບັນດາອົງການພັກ, ລັດ, ຕາງໜ້າບັນດາແຂວງ, ນະຄອນ…ລ້ວນແຕ່ຢັ້ງຢືນວ່າ ພັກກອມມູນິດ ຫວຽດນາມ ໄດ້ກຳເນີດຂຶ້ນແມ່ນສິ່ງຈຳເປັນຕ້ອງເປັນໄປຢ່າງເດັດຂາດຂອງປະຫວັດສາດ. ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານ ເຈິ່ນກວັກເວື້ອງ ຜູ້ປະຈຳການຄະນະເລຂາສູນກາງພັກ ເນັ້ນໜັກວ່າ:

 ພວກເຮົາພ້ອມກັນທົບທວນຄືນສາງປະຫວັດສາດຂອງພັກ, ຢັ້ງຢືນຢ່າງແຮງບັນດາຜົນງານອັນຍິ່ງໃຫຍ່, ຖອດຖອນບັນດາບົດຮຽນອັນລ້ຳຄ່າຂອງພັກໃນ 90 ປີຜ່ານມາ. ບົນພື້ນຖານນັ້ນ ເຫັນດີເປັນເອກະພາບ, ສັງເກດຕີລາຄາ ພ້ອມທັງສະເໜີບັນດາມາດຕະການ ແນໃສ່ເພີ່ມທະວີການກໍ່ສ້າງ, ປັບປຸງພັກໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງ, ເສີມຂະຫຍາຍກຳລັງແຮງທົ່ວປວງຊົນທັງຊາກປະຊາທິປະໄຕສັງຄົມນິຍົມ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

“ສົນທິສັນຍາ ຮ່າໂນ້ຍ”, ເອກະສານນິຕິກຳສະບັບທຳອິດຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ທີ່ໄດ້ຮັບຮອງໂດຍສະມັດຊາໃຫຍ່ ສປຊ ໃນວັນທີ 24 ທັນວາ 2024 ແລະ ໄດ້ເປີດພິທີລົງນາມຢ່າງເປັນທາງການ ຢູ່ຮ່າໂນ້ຍໃນວັນທີ 25 – 26 ຕຸລາ 2025, ພາຍໃຕ້ການເປັນປະທານຮ່ວມຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres. ເຫດການນີ້ບໍ່ພຽງແຕ່ເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືທົ່ວໂລກກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ເທົ່ານັ້ນຫາກຍັງຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງຫວຽດນາມ ໃນການແບ່ງປັນຄວາມຮັບຜິດຊອບໃນການປ້ອງກັນຄວາມປອດໄພທາງອິນເຕີເນັດອີກດ້ວຍ.

Top