• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສະໄໝສະມັນເທື່ອທີ 8, ສະພາແຫ່ງຊາດຊຸດທີ VIX: ຍາມໃດກໍ່ຍົກສູງສະຕິ ລະວັງຕົວ ເພື່ອປົກປັກຮັກສາອະທິປະໄຕ ຫວຽດນາມ ຢູ່ ທະເລຕາເວັນອອກ

      ຫວຽດນາມ ມີແຜນນະໂບບາຍຢ່າງສະເໝີຕົ້ນສະເໝີປາຍວ່າ ສິ່ງໃດທີ່ຂຶ້ນກັບ ເອກະລາດ, ອະທິປະໄຕ, ຜືນແຜ່ນດີນອັນຄົບຖ້ວນນັ້ນ, ຫວຽດນາມຈະບໍ່ປະນີປະນອມ, ພ້ອມທັງຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບເພື່ອໃຫ້ປະເທດຊາດພັດທະນາ.

ກອງປະຊຸມສະໄໝສະມັນເທື່ອທີ 8, ສະພາແຫ່ງຊາດຊຸດທີ VIX (ພາບ: Quochoi) 
      ທີ່ວາລະການປຶກສາຫາລືກ່ຽວກັບສະພາບການເສດຖະກິດ - ສັງຄົມຢູ່ກອງປະຊຸມສະໄໝສະມັນເທື່ອທີ 8, ສະພາແຫ່ງຊາດຊຸດທີ VIX ເຊິ່ງໄດ້ດຳເນີນໃນວັນທີ 30 ຕຸລາ, ສະມາຊິກສະພາແຫ່ງຊາດຫຼາຍທ່ານໄດ້ປະກອບຄຳເຫັນກ່ຽວກັບສະພາບການຢູ່ທະເລຕາເວັນອອກຫວ່າງມໍ່ໆມານີ້ ມີຄວາມສັບສົນຂຶ້ນຕື່ມ, ໃນນັ້ນມີການລະເມີດບັນດາເຂດທະເລຂອງ ຫວຽດນາມ ຢ່າງຮ້າຍແຮງເຊິ່ງໄດ້ຮັບການກຳນົດຕາມກົດໝາຍສາກົນ, ໄປຝຶນກັບຖະແຫຼງການກ່ຽວກັບບັນດາຂໍ້ຕົກລົງຂັ້ນສູງ. ທ່ານເຈິ່ນວຽດຄວາ, ສະມາຊິກສະພາແຫ່ງຊາດນະຄອນຮ່າໂນ້ຍ,ຖືວ່າ: ປີ 2019, ສະພາບການຢູ່ເຂດທະເລຕາເວັນອອກມີຫຼາຍການຜັນແປທີ່ສັບສົນ, ສົ່ງຜົນກະທົບເຖິງຄວາມໝັ້ນຄົງ, ຄວາມປອດໄພຢູ່ເຂດທະເລທີ່ມີເສັ້ນທາງທະເລສຳຄັນທີ່ສຸດຂອງໂລກ. ສິ່ງນີ້ນາບຂູ່ເຖິງຄວາມໝັ້ນຄົງໃນພາກພື້ນ ແລະ ຄວາມ ໝັ້ນຄົງຂອງບັນດາປະເທດຮ່ວມທະເລຕາເວັນອອກ. ອາດຈະເວົ້າໄດ້ວ່າ ແຕ່ເດືອນພຶດສະພາ ແລະ ພິເສດແມ່ນແຕ່ຕົ້ນເດືອນກໍລະກົດ ຈົນຮອດຊຸມວັນເດືອນຕຸລາທີ່ຜ່ານມາ, ຕ່າງປະເທດໄດ້ນຳກຳລັງລ່ວງລ້ຳຢ່າງໄຮ້ເຫດຜົນ. ນີ້ແມ່ນສິ່ງທີ່ ຫວຽດນາມບໍ່ອາດຮັບຮູ້ໄດ້.
        ທ່ານ ເຈິ່ນວຽດຄວາ ເນັ້ນໜັກວ່າ ການສ້າງສາປະເທດຊາດໄປຄຽງຄູ່ກັບການຮັກສາປະເທດຊາດແມ່ນກົດເກນຄົງຕົວຂອງປະເທດຊາດ ຫວຽດນາມ, ປັດຈຸບັນກົດເກນນີ້ ໄດ້ສະແດງໃຫ້ເຫັນຜ່ານ 2 ໜ້າທີ່ ຢ່າງຈະແຈ້ງແມ່ນ: ສ້າງສາສັງຄົມນິຍົມ ແລະ ປົກປັກຮັກສາປະເທດ ຫວຽດນາມ ສັງຄົມນິຍົມ ຢ່າງໝັ້ນຄົງ. ໃນສະພາບການປັດຈຸບັນ, ດ້ວຍບັນດາຈຸດພິເສດ, ບັນດາປັດໄຈທີ່ສົ່ງຜົນກະທົບເຖິງພາລະກິດປົກປັກຮັກສາປະເທດຊາດຮຽກຮ້ອງໃຫ້ພວກເຮົາຕ້ອງມີບັນດາວິທີການແກ້ໄຂຢ່າງເໝາະສົມເພື່ອຕໍ່ສູ້ໃນເງື່ອນໄຂຮັກສາສະພາບການສັນຕິພາບ, ເອກະລາດເພື່ອ ພັດທະນາ.ປະເທດຊາດ.
        ບັນດາສະມາຊິກສະພາແຫ່ງຊາດຢັ້ງຢືນວ່າ: ຫວຽດນາມ ມີແຜນນະໂບບາຍຢ່າງສະເໝີຕົ້ນສະເໝີປາຍວ່າ ສິ່ງໃດທີ່ຂຶ້ນກັບ ເອກະລາດ, ອະທິປະໄຕ, ຜືນແຜ່ນດີນອັນຄົບຖ້ວນນັ້ນ, ຫວຽດນາມຈະບໍ່ປະນີປະນອມ, ພ້ອມທັງຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບເພື່ອໃຫ້ປະເທດຊາດພັດທະນາ.
 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top