• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມວິສາມັນຄັ້ງທີ 1, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ສະແດງໃຫ້ເຫັນຄວາມຕັດສິນໃຈ ແລະ ຄວາມເຫັນດີເຫັນພ້ອມສູງ

      ກອງປະຊຸມໄດ້ຈັດຂຶ້ນໃນເວລາສັ້ນ, ກະທັດລັດ, ສະແດງໃຫ້ເຫັນຄວາມຕັດສິນໃຈ ແລະ ຄວາມເຫັນດີເຫັນພ້ອມສູງ.
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ (ພາບ: baochinhphu.vn)
      ຕອນເຊົ້າວັນທີ 19 ມັງກອນ, ໂດຍປະກອບຄຳເຫັນໃສ່ບົດສະຫຼຸບກອງປະຊຸມວິສາມັນຄັ້ງທຳອິດ, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ຄະນະປະຈຳສະພາແຫ່ງຊາດ ຕີລາຄາວ່າ: ກອງປະຊຸມໄດ້ຈັດຂຶ້ນໃນເວລາສັ້ນ, ກະທັດລັດ, ສະແດງໃຫ້ເຫັນຄວາມຕັດສິນໃຈ ແລະ ຄວາມເຫັນດີເຫັນພ້ອມສູງ. ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ຖືວ່າ ກອງປະຊຸມໄດ້ປະສົບຜົນສຳເລັດໃນທຸກດ້ານ. ນີ້ແມ່ນການເລີ່ມຕົ້ນທີ່ດີ, ຄວນສືບຕໍ່ເສີມຂະຫຍາຍ ເພື່ອມຸ່ງໄປເຖິງສະພາແຫ່ງຊາດມີການເຄື່ອນໄຫວເປັນປົກກະຕິ, ເປັນມືອາຊີບ, ທ່ານກ່າວວ່າ:
        ໝາກຜົນຂອງກອງປະຊຸມນີ້ ໄດ້ສະແດງໃຫ້ເຫັນການຊອກຫາ, ເປັນຫ່ວງເປັນໄຍ ແລະ ປ່ຽນແປງໃໝ່ຂອງສະພາແຫ່ງຊາດຕໍ່ການປະຕິບັດພາລະບົດບາດ, ໜ້າທີ່ທີ່ໄດ້ກຳນົດໄວ້ໃນລັດຖະທຳມະນູນ ແລະ ກົດໝາຍ. ມີຄວາມຈຳເປັນ ແລະ ຮີບດ່ວນທີ່ສຸດ, ບໍ່ພຽງແຕ່ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນຕໍ່ໜ້າເທົ່ານັ້ນ, ແຕ່ມັນຍັງມີຄວາມໝາຍຍຸດທະສາດ ໂດຍພື້ນຖານ ແລະ ຍາວນານ ບໍ່ພຽງແຕ່ສົກປີ 2022 – 2023 ເທົ່ານັ້ນ, ຫາກຍັງມີຄວາມໝາຍໃຫ້ທັງອາຍຸການ ແລະ ຊຸມປີຕໍ່ໄປອີກດ້ວຍ”.
        ກໍຢູ່ໃນກອງປະຊຸມ, ຄະນະປະຈຳສະພາແຫ່ງຊາດໄດ້ຕົກລົງເພີ່ມເຕີມແຜນການລົງທຶນດ້ວຍທຶນຕ່າງປະເທດ ຈາກຈຳນວນທຶນທີ່ຍັງບໍ່ທັນໄດ້ຈັດແບ່ງ ແລະ ຍັງບໍ່ທັນໄດ້ດັດປັບ, ຄາດຄະເນແຜນການລົງທຶນສາທາລະນະໄລຍະກາງດ້ວຍງົບປະມານຂອງສູນກາງ ໄລຍະ 2021 – 2025 ໃຫ້ບັນຊີລາຍຊື່ໂຄງການຂອງບັນດາກະຊວງ, ອົງການຂັ້ນສູນກາງ ແລະ ທ້ອງຖິ່ນ (ງວດທີ 2)
(ແຫຼ່ງຄັດຈາກ VOV)

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top