• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມປະທານແນວໂຮມຫວຽດນາມ, ລາວ, ກຳປູເຈຍຈະໄດ້ຮັບການຈັດຕັ້ງໃນເດືອນມີຖຸນາຢູ່ຮ່າໂນ້ຍ

      ຍາມໃດແນວໂຮມປະເທດຊາດຫວຽດນາມ ກໍ່ຖືເປັນສຳຄັນການເພີ່ມທະວີການພົວພັນຮ່ວມມືກັບແນວໂຮມສາມັກຄີພັດທະນາປະເທດຊາດກຳປູເຈຍ ແລະ ແນວລາວສ້າງຊາດ. ການພົວພັນລະຫວ່າງ 3 ອົງການແນວໂຮມ, ລະຫວ່າງບັນດາໝູ່ຄະນະປະຊາຊົນຂອງ 3 ປະເທດໃນຊຸມປີຜ່ານມານັບມື້ນັບໄດ້ຮັບການປັບປຸງ ແລະ ພັດທະນາ”. 

ກອງປະຊຸມກະກຽມກ່ຽວກັບການຈັດຕັ້ງກອງປະຊຸມຄັ້ງທີ 3
ປະທານແນວໂຮມ 3 ປະເທດຫວຽດນາມ, ລາວ, ກຳປູເຈຍ 
(ພາບ: daidoanket.vn)
      ນີ້ແມ່ນຄຳຢືນຢັນຂອງທ່ານຮອງປະທານ, ເລຂາທິການໃຫຍ່ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈີນແທນເມີ້ນ ທີ່ກອງປະຊຸມກະກຽມກ່ຽວກັບການຈັດຕັ້ງກອງປະຊຸມຄັ້ງທີ 3 ປະທານແນວໂຮມ 3 ປະເທດຫວຽດນາມ, ລາວ, ກຳປູເຈຍ ເຊິ່ງຖືກດຳເນີນໃນຕອນເຊົ້າວັນທີ 26 ພຶດສະພາ, ຢູ່ຮ່າໂນ້ຍ. ທີ່ກອງປະຊຸມ, ທ່ານ ເຈີນແທນເມີ້ນ ໄດ້ແຈ້ງໃຫ້ຊາບບາງເນື້ອໃນຕົ້ນຕໍກ່ຽວກັບສະພາບການເສດຖະກິດ, ສັງຄົມຂອງຫວຽດນາມ ໃນໄລຍະ 4 ເດືອນຕົ້ນປີ 2017. ກໍ່ທີ່ກອງປະຊຸມ, ບັນດາຝ່າຍໄດ້ປະກອບຄຳເຫັນໃສ່ຮ່າງແຜນການຈັດຕັ້ງກອງປະຊຸມປະທານແນວໂຮມ 3 ປະເທດ ແລະ ຮ່າງບົດບັນທຶກຊ່ວຍຈຳລາຍການຮ່ວມມືລະຫວ່າງແນວໂຮມ 3 ປະເທດໄລຍະ 2017 – 2020. ບັນດາຄຳເຫັນລ້ວນແຕ່ເຫັນດີເປັນເອກະພາບນຳກັນວ່າ ກອງປະຊຸມປະທານແນວໂຮມ 3 ປະເທດ ແມ່ນເຫດການການເມືອງສຳຄັນພິເສດ, ເປັນສັນຍາລັກໃຫ້ຄວາມເປັນເອກະພາບດ້ານເຈດຈຳນົງ ແລະ ການກະທຳຂອງແນວໂຮມ 3 ປະເທດ, ມຸ່ງໄປເຖິງຄາດໝາຍພ້ອມກັນສ້າງສາ ແລະ ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບ, ທີ່ເປັນມູນເຊື້ອລະຫວ່າງ 3 ປະເທດ.
        ຄາດວ່າ, ກອງປະຊຸມປະທານແນວໂຮມ 3 ປະເທດຫວຽດນາມ, ລາວ, ກຳປູເຈຍ ຈະໄດ້ຈັດຕັ້ງໃນວັນທີ 25 ມີຖຸນາ 2017 ຢູ່ນະຄອນຫຼວງຮ່າໂນ້ຍ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top