• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມບັນດາເຈົ້າໜ້າທີ່ອາວຸໂສ APEC ຄັ້ງທີ 1 (SOM1)

ທີ່ກອງປະຊຸມ, SOM 1, ໂຄງການດຳເນີນງານເຊິ່ງມາເລເຊຍ ສ້າງຕັ້ງໂດຍອີງໃສ່ 3 ບຸລິມະສິດຂອງປີ APEC 2020.

(ພາບປະກອບ: .moit.gov.vn)

ໃນຂອບເຂດເວທີປາໄສຮ່ວມມືເສດຖະກິດອາຊີ - ປາຊີຟິກ (APEC), ກອງປະຊຸມບັນດາເຈົ້າໜ້າທີ່ອາວຸໂສ APEC ຄັ້ງທີ 1 (SOM 1) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງໄດ້ດຳເນີນໃນລະຫວ່າງວັນທີ 20 – 22 ກຸມພາ ຢູ່ນະຄອນ Putrajaya, ປະເທດມາເລເຊຍ, ພາຍໃຕ້ການເປັນປະທານຂອງທ່ານ Hairil Yahri Yaacob, ປະທານ SOM APEC 2020. ກອງປະຊຸມໂດຍມີການເຂົ້າຮ່ວມຂອງ 21 ປະເທດສະມາຊິກ APEC, ສະພາທີ່ປຶກສາການດຳເນີນທຸລະກິດ APEC, ສະພາຮ່ວມມືເສດຖະກິດປາຊີຟິກ, ຄະນະເລຂາອາຊຽນ ແລະ ຄະນະເລຂາ APEC ສາກົນ.

          ທີ່ກອງປະຊຸມ, SOM 1, ໂຄງການດຳເນີນງານເຊິ່ງມາເລເຊຍ ສ້າງຕັ້ງໂດຍອີງໃສ່ 3 ບຸລິມະສິດຂອງປີ APEC 2020, ໃນນັ້ນສຸມໃສ່ປຶກສາຫາລືບັນດາບັນຫາຕົ້ນຕໍຄື: ຊຸກຍູ້ການເຊື່ອມໂຍງເສດຖະກິດຢູ່ພາກພື້ນ, ສະຫຼຸບການປະຕິບັດສຳເລັດເປົ້າໝາຍ Bogo, ສ້າງວິໄສທັດ APEC ພາຍຫຼັງປີ 2020, ບັນດາເອກະສານສຳຄັນ ແລະ ວຽກງານກະກຽມໃຫ້ແກ່ບັນດາກອງປະຊຸມລັດຖະມົນຕີການຄ້າ ແລະ ທ່ອງທ່ຽວ ໃນເດືອນ ເມສາ 2020 ແລະ ການປະຕິຮູບໂຄງປະກອບ ໃນເດືອນ ສິງຫາ 2020.

(ແຫຼ່ງຄັດຈາກ VOV)

ຮູບ​ເງົາ ຝົນ​ແດງ ແນະ​ນຳ​ທາງ​ໂທ​ລະ​ພາບ

ຮູບ​ເງົາ “ຝົນ​ແດງ” ແນະ​ນຳ​ທາງ​ໂທ​ລະ​ພາບ

ນີ້ແມ່ນຮູບເງົາກ່ຽວກັບຫົວຂໍ້ສົງຄາມປະຕິວັດ, ວາດພາບໄລຍະ 81 ວັນແລະຄືນຕໍ່ສູ້ກັບສັດຕູຢ່າງດຸເດືອນຢູ່ ກຳແພງເກົ່າ ກວ໋າງຈິໃນປີ 1972, ອີງຄາມຜົນງານຂອງນັກປະພັນ ຈຸລາຍ.

Top