• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມທົ່ວປະເທດກ່ຽວກັບການສືບຕໍ່ຍູ້ແຮງການສ້າງ ແລະ ປະຕິບັດລະບຽບການປະຊາທິປະໄຕຂັ້ນຮາກຖານ

ຕອນເຊົ້າວັນທີ 16 ກໍລະກົດ, ຢູ່ຮ່າໂນ້ຍ,  ຄະນະຊີ້ນຳສູນກາງກ່ຽວກັບການປະຕິບັດລະບຽບການປະຊາທິປະໄຕຂັ້ນຮາກຖານ ໄດ້ຈັດຕັ້ງກອງປະຊຸມທົ່ວປະເທດກ່ຽວກັບການສືບຕໍ່ຍູ້ແຮງການສ້າງ ແລະ ປະຕິບັດລະບຽບການປະຊາທິປະໄຕຂັ້ນຮາກຖານ

ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງກ່າວຄຳເຫັນຊີ້ນຳກອງປະຊຸມ

ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ໄດ້ຢືນຢັນວ່າ ໃນຊຸມປີມໍ່ໆມານີ້, ການ ປະຕິບັດລະບຽບການປະຊາທິປະໄຕຂັ້ນຮາກຖານໄດ້ມີການຫັນປ່ຽນຢ່າງຈະແຈ້ງ, ການ ປະຕິບັດລະບຽບການປະຊາທິປະໄຕຂັ້ນຮາກຖານໄດ້ປະກອບສ່ວນເສີມຂະຫຍາຍຄວາມສາມາດຊົ່ມຊ້ອນ, ກຳລັງປະດິດຄິດສ້າງຂອງປະຊາຊົນທີ່ເຂົຮ່ວມການປຶກສາສາຫາລືບັນດາວຽກງານຂອງທ້ອງຖິ່ນ ແລະ ປະເທດຊາດ. ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ກ່າວວ່າ:

    “ ຕ້ອງເຮັດແນວໃດເພື່ອໃຫ້ການ ປະຕິບັດລະບຽບການປະຊາທິປະໄຕ ແລະ ເສີມຂະຫຍາຍປະຊາທິປະໄຕ ກາຍເປັນວຽກງານຕ້ອງປະຕິບັດຢ່າງເປັນປະຈຳ  ແລະ ຕໍ່ເນື່ອງ, ແມ່ນກຳລັງຫນູນເພື່ອພັດທະນາເສດຖະກິດ-ສັງຄົມ, ແມ່ນເງື່ອນໄຂເພື່ອເບິ່ງແຍງຊີວິດການເປັນຢູ່, ຜົນປະໂຫຍດ, ຄວາມຜາສຸກຂອງປະຊາຊົນໃຫ້ເປັນຢ່າງດີ, ປະຕິບັດຄວາມຍຸຕິທຳສັງຄົມ, ຮັບປະກັນຄວາມສະຫງົບ, ການຫນູຊ່ວຍສັງຄົມ, ສ້າງກຳລັງໜູນໃຫ້ແກ່ບັນດາຂະບວນການເຄື່ອນໄຫວປະຕິວັດຂອງມະຫາຊົນ, ເດັດດ່ຽວຕຳໜິວິຈານ, ກ່າວປະນາມ, ປັບໄໝລົງໂທດຕໍ່ການກະທຳລະເມີດກົດໝາຍ, ສວຍໃຊ້ປະຊາທິປະໄຕ, ປຸກປັນຍຸຍົງສົ່ງເສີມກໍ່ຄວາມວຸ່ນວາຍ, ກໍ່ຜົນເສຍຫາຍຕໍ່ຜົນປະໂຫຍດຂອງປະຊາຊົນ   ”

(ແຫຼ່ງຄັດຈາກ VOV)


ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 28 ຕຸລາ, ຢູ່ ກົວລາ ລຳເປີ ປະເທດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍບັນດາການນຳ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຈີນ ຄັ້ງທີ 28.

Top