ປີນີ້, ສະຫະພັນແຮງງານນະຄອນ ດ່າໜັງ ໄດ້ຈັດ 105 ຖ້ຽວລົດເມບໍ່ເກັບຄ່າ ເພື່ອສົ່ງສະມາຊິກກຳມະບານ, ຜູ້ອອກແຮງງານເກືອບ 4.000 ຄົນທີ່ປະສົບກັບຄວາມຫຍຸ້ງຍາກກັບຄືນເມືອບ້ານເກີດເມືອງນອນຕ້ອນຮັບບຸນເຕັດ. ນອກຈາກນັ້ນແລ້ວ, ສະຫະພັນແຮງງານຍັງໃຫ້ການຊ່ວຍເຫຼືອປີ້ລົດໄຟ 2.000 ປີ້ ມອບໃຫ້ແຮງງານຜູ້ປະສົບກັບຄວາມຫຍຸ້ງຍາກກັບເມືອຕ້ອນຮັບບຸນເຕັດພ້ອມກັບຄອບຄົວ. ທ່ານ ເລວັນດ້າຍ, ຮອງປະທານສະຫະພັນແຮງງານນະຄອນ ດ່າໜັງ, ໃຫ້ຮູ້ວ່າ:
ຈຳນວນສະມາຊິກກຳມະບານ, ຜູ້ອອກແຮງງານທີ່ຈົດທະບຽນຂີ່ລົດກຳມະບານກັບຄືນເມືອບ້ານໃນປີນີ້ ເພີ່ມຂຶ້ນຫຼາຍກວ່າປີກ່ອນ. ໄປຄຽງຄູ່ຖ້ຽວລົດດັ່ງກ່າວແລ້ວ, ສະຫະພັນແຮງງານນະຄອນ ດ່າໜັງ ກໍໄດ້ຈັດຖ້ຽວລົດໄຟກຳມະບານໃຫ້ແກ່ສະມາຊິກກຳມະບານ ແລະ ຜູ້ອອກແຮງງານກັບຄືນເມືອບ້ານຢູ່ນະຄອນ ໂຮ່ຈີມິນ ແລະ ຮ່າໂນ້ຍ. ຈຸດປະສົງແມ່ນຢາກຮັບໃຊ້ ແລະ ໜູນຊ່ວຍສະມາຊິກກຳມະບານກັບເມືອບ້ານຕ້ອນຮັບບຸນເຕັດຢ່າງປອດໄພ ແລະ ປະຢັດທີ່ສຸດ ເພື່ອໃຫ້ແຮງງານຜູ້ກັບໄປເຮັດວຽກຢູ່ ດ່າໜັງ ສືບຕໍ່ອຸທິດສ່ວນແກ່ການພັດທະນາຂອງນະຄອນ”.
ປີນີ້, ສະຫະພັນແຮງງານນະຄອນ ດ່າໜັງ ໄດ້ຈັດ 105 ຖ້ຽວລົດເມບໍ່ເກັບຄ່າ ເພື່ອສົ່ງສະມາຊິກກຳມະບານ, ຜູ້ອອກແຮງງານເກືອບ 4.000 ຄົນທີ່ປະສົບກັບຄວາມຫຍຸ້ງຍາກກັບຄືນເມືອບ້ານເກີດເມືອງນອນຕ້ອນຮັບບຸນເຕັດ. ນອກຈາກນັ້ນແລ້ວ, ສະຫະພັນແຮງງານຍັງໃຫ້ການຊ່ວຍເຫຼືອປີ້ລົດໄຟ 2.000 ປີ້ ມອບໃຫ້ແຮງງານຜູ້ປະສົບກັບຄວາມຫຍຸ້ງຍາກກັບເມືອຕ້ອນຮັບບຸນເຕັດພ້ອມກັບຄອບຄົວ. ທ່ານ ເລວັນດ້າຍ, ຮອງປະທານສະຫະພັນແຮງງານນະຄອນ ດ່າໜັງ, ໃຫ້ຮູ້ວ່າ:
“ຈຳນວນສະມາຊິກກຳມະບານ, ຜູ້ອອກແຮງງານທີ່ຈົດທະບຽນຂີ່ລົດກຳມະບານກັບຄືນເມືອບ້ານໃນປີນີ້ ເພີ່ມຂຶ້ນຫຼາຍກວ່າປີກ່ອນ. ໄປຄຽງຄູ່ຖ້ຽວລົດດັ່ງກ່າວແລ້ວ, ສະຫະພັນແຮງງານນະຄອນ ດ່າໜັງ ກໍໄດ້ຈັດຖ້ຽວລົດໄຟກຳມະບານໃຫ້ແກ່ສະມາຊິກກຳມະບານ ແລະ ຜູ້ອອກແຮງງານກັບຄືນເມືອບ້ານຢູ່ນະຄອນ ໂຮ່ຈີມິນ ແລະ ຮ່າໂນ້ຍ. ຈຸດປະສົງແມ່ນຢາກຮັບໃຊ້ ແລະ ໜູນຊ່ວຍສະມາຊິກກຳມະບານກັບເມືອບ້ານຕ້ອນຮັບບຸນເຕັດຢ່າງປອດໄພ ແລະ ປະຢັດທີ່ສຸດ ເພື່ອໃຫ້ແຮງງານຜູ້ກັບໄປເຮັດວຽກຢູ່ ດ່າໜັງ ສືບຕໍ່ອຸທິດສ່ວນແກ່ການພັດທະນາຂອງນະຄອນ”.








