• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໜູນຊ່ວຍການຈຳໜ່າຍຜະລິດຕະພັນກະເສດໃນຮ້ານຂາຍເຄື່ອງ ຫວຽດນາມ ຜ່ານທາງອອນລາຍ

      ຕໍ່ໜ້າສະພາບການຜັນແປທີ່ສັບສົນຂອງໂລກລະບາດໂຄວິດ - 19 ອັນໄດ້ເຮັດໃຫ້ຫຼາຍແຂວງ, ນະຄອນທີ່ປະສົບກັບຄວາມຫຍຸ້ງຍາກໃນການຈຳໜ່າຍຜະລິດຕະພັນກະເສດຢູ່ທ້ອງຖິ່ນ ເປັນຕົ້ນແມ່ນ ແຂວງ ຫ໋າຍເຢືອງ, ຮຶງອຽນ, ບັກຢາງ ແລະ ຊອກຈັງ, ຂະແໜງອຸດສາຫະກຳ ແລະ ການຄ້າ ພວມຍູ້ແຮງການເຊື່ອມຕໍ່, ແນະນຳໂຄສະນາຜະລິດຕະພັນກະເສດໃນພື້ນຖານດີຈີຕອນ, ໂປຼແກຼມການຄ້າເອເລັກໂຕນິກ. 
ມີຜະລິດຕະພັນກະເສດຫຼາຍຊະນິດໄດ້ເປີດຂາຍຜ່ານໂປຼແກຼມການຄ້າເອເລັກໂຕນິກ Voso ຜ່ານ “ຮ້ານຂາຍເຄື່ອງ ຫວຽດນາມ ທາງອອນລາຍ”
(ພາບປະກອບ:
congthuong.vn)
      ມີຜະລິດຕະພັນກະເສດຫຼາຍຊະນິດໄດ້ເປີດຂາຍຜ່ານໂປຼແກຼມການຄ້າເອເລັກໂຕນິກ Voso ຜ່ານ “ຮ້ານຂາຍເຄື່ອງ ຫວຽດນາມ ທາງອອນລາຍ” ພ້ອມທັງໄດ້ຮັບນະໂຍບາຍບຸລິມະສິດທີ່ດູດດື່ມກ່ຽວກັບລາຄາ. ນີ້ແມ່ນໂຄງການ ໂດຍກົມການຄ້າເອເລັກໂຕນິກ ແລະ ເສດຖະກິດ ດີຈີຕອນ (ກະຊວງອຸດສາຫະກຳ ແລະ ການຄ້າ” ເປັນເຈົ້າພາບຈັດຕັ້ງ, ສົມທົບກັບໂປຼແກຼມການຄ້າເອເລັກໂຕນິກ Voso (Viettel Post) ຜັນຂະຫຍາຍ ໃນຂອບເຂດໂຄງການພັດທະນາການຄ້າເອເລັກໂຕນິກແຫ່ງຊາດ.
        ທ່ານ ດັ້ງຮວ່າງຫາຍ, ຫົວໜ້າກົມການຄ້າເອເລັກໂຕນິກ ແລະ ເສດຖະກິດດີຈີຕອນ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໃຫ້ຮູ້ວ່າ ໂຄງການດັ່ງກ່າວ ໄດ້ຮັບການຕີລາຄາວ່າ ແມ່ນມາດຕະການທີ່ມີປະສິດທິຜົນ, ຍືນຍົງ ຊ່ວຍໃຫ້ວິສາຫະກິດຢູ່ທ້ອງຖິ່ນ ໝູນໃຊ້ເຕັກໂນໂລຢີ ດີຈີຕອນ ເພື່ອສຳຜັດ ແລະ ເປີດກວ້າງຕະຫຼາດຈຳໜ່າຍສິນຄ້າໃນທົ່ວປະເທດ.
(ແຫຼ່ງຄັດຈາກ VOV)

ການນຳກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ເຂົ້າອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ

ການນຳກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ເຂົ້າອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ

ທ່ານ ພົນຕີ ເລ ກວກ ຮຸ່ງ, ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ, ປະທານກອງປະຊຸມ ຫວຽດນາມ-ລາວ ໃນກຳລັງປ້ອງກັນຄວາມສະຫງົບປະຊາຊົນ, ໄດ້ເຂົ້າຢ້ຽມຢາມ ແລະ ອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ.

Top