ຂ່າວສານ
ໜັງສືພິມ ຣູມານີ ລົງຂ່າວເປັນຈຳນວນຫຼາຍກ່ຽວກັບການ ເຈລະຈາທາງໂທລະສັບ ລະຫວ່າງ ທ່ານປະທານປະເທດ ຫງວຽນຊວັນຟຸກ ແລະ ທ່ານປະທານາທິບໍດີ ຣູມານີ Klaus Iohannis

ບົດຂຽນໃຫ້ຮູ້ວ່າ ຝ່າຍຣູມານີ ໄດ້ຕີລາຄາສູງການເຈລະຈາທາງໂທລະສັບລະຫວ່າງການນຳສອງປະເທດ. ຕາມທຳນຽບປະທານາທິບໍດີ ຣູມານີ ແລ້ວ, ການເຈລະຈາທາງໂທລະສັບໄດ້ສ້າງກາລະໂອກາດແລກປ່ຽນທັດສະນະກ່ຽວກັບບັນດາການພັດທະນາຫຼ້າສຸດ ແລະ ແງ່ຫວັງໃຫ້ແກ່ການພົວພັນສອງຝ່າຍ ລະຫວ່າງ ຣູມານີ ແລະ ຫວຽດນາມ ລວມມີວຽກງານປ້ອງກັນຕ້ານໂລກລະບາດໂຄວິດ - 19. ໃນການເຈລະຈາທາງໂທລະສັບ, ການນຳສອງທ່ານໄດ້ປຶກສາຫາລື ກ່ຽວກັບການພົວພັນທີ່ເປັນມູນເຊື້ອ, ການໂອ້ລົມສົນທະນາດ້ານການເມືອງ ກໍ່ຄືການພົວພັນດ້ານເສດຖະກິດ ລະຫວ່າງສອງປະເທດ.
ກ່ອນທີ່ປະກາດຈະມອບວັກຊິນກັນໂຄວິດ - 19 ແມ່ນ 100.000 ໂດສ ໃຫ້ແກ່ ຫວຽດນາມ, ທ່ານປະທານາທິບໍດີ ຣູມານີ Klaus Iohannis ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ນ້ຳໃຈສາມັກຄີ ເຊິ່ງ ຫວຽດນາມ ໄດ້ສະຫງວນໃຫ້ແກ່ ຣູມານີ ຜ່ານການມອບອຸປະກອນການແພດ ເມື່ອໂລກລະບາດໂຄວິດ - 19 ລະບາດຢູ່ປະເທດນີ້ ໃນປີກາຍ ແລະ ສະແດງໃຫ້ເຫັນວ່າ ພ້ອມແລ້ວທີ່ຈະຮຽງບ່າຮຽງໄຫຼ່ກັບ ຫວຽດນາມ ໃນບັ້ນຕໍ່ສູ້ຍູ້ໂລກລະບາດໃຫ້ຖອຍໄປ.







