• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄທ ແລະ ຫວຽດນາມ ຮ່ວມມືເພີ່ມລາຄາເຂົ້າສານຮັບປະກັນຄວາມຍຸຕິທຳກ່ວາ

ກຸ່ມປະຕິບັດງານພິເສດຂອງສອງປະເທດຈະຈັດການປະຊຸມເພື່ອປຶກສາຫາລືລາຍລະອຽດກ່ຽວກັບຂໍ້ຕົກລົງຮ່ວມມືດ້ວຍຈຸດໝາຍເປັນເອກະພາບໃນບັນດາບາດກ້າວຜັນຂະຫຍາຍມຸ່ງໄປເຖິງການເພີ່ມລາຄາເຂົ້າສານໃຫ້ເໝາະສົມດ້ວຍລາຍຈ່າຍໃນການຜະລິດເພີ່ມຂຶ້ນສູງໃນໄລຍະມໍ່ໆມານີ້
  ພາບປະກອບ  

ວັນທີ 3 ກັນຍາ, ທ່ານ ສະເຫຼີມໄຊ ສີອ່ອນ, ລັດຖະມົນຕີກະຊວງກະສິກຳ ແລະ ສະຫະກອນ ໄທ ໃຫ້ຮູ້ວ່າ: ໄທ ແລະ ຫວຽດນາມ ໄດ້ເຫັນດີເປັນເອກະພາບຊຸກຍູ້ການຮ່ວມມືເພີ່ມລາຄາເຂົ້າສານສົ່ງອອກ ຮັບປະກັນຄວາມຍຸຕິທຳໃນສະພາບການລາຍຈ່າຍໃນການຜະລິດເພີ່ມຂຶ້ນສູງ.

ຄາດວ່າ, ກຸ່ມປະຕິບັດງານພິເສດຂອງສອງປະເທດຈະຈັດການປະຊຸມເພື່ອປຶກສາຫາລືລາຍລະອຽດກ່ຽວກັບຂໍ້ຕົກລົງຮ່ວມມືດ້ວຍຈຸດໝາຍເປັນເອກະພາບໃນບັນດາບາດກ້າວຜັນຂະຫຍາຍມຸ່ງໄປເຖິງການເພີ່ມລາຄາເຂົ້າສານໃຫ້ເໝາະສົມດ້ວຍລາຍຈ່າຍໃນການຜະລິດເພີ່ມຂຶ້ນສູງໃນໄລຍະມໍ່ໆມານີ້. ໃນໄລຍະຍາວ, ສອງປະເທດຈະສະເໜີ ອິນເດຍ ແລະ ຫຼາຍປະເທດສົ່ງອອກເຂົ້າສານອື່ນໆເພີ່ມທະວີການຮ່ວມມື, ແທນທີ່ແກ່ງແຍ້ງເພື່ອດັດປັບລາຄາເຂົ້າສານສົ່ງອອກຢູ່ໃນລະດັບເໝາະສົມ.

ປະຈຸບັນ, ໄທ ແມ່ນປະເທດສົ່ງອອກເຂົ້າສານຢືນອັນດັບ 3 ໃນໂລກ, ຖັດຈາກ ອິນເດຍ ແລະ ຫວຽດນາມ. ປະເທດນີ້ໄດ້ວາງຄາດໝາຍສົ່ງອອກເຂົ້າສານ 7 ລ້ານໂຕນໃນປີນີ້.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ໂຕ​ເລິມ ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່,ປະ​ທານ​ປະ​ເທດ ສ​ປ.ຈີນ ສີຈິ້ນ​ຜິງ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ໂຕ​ເລິມ ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່,ປະ​ທານ​ປະ​ເທດ ສ​ປ.ຈີນ ສີຈິ້ນ​ຜິງ

ພັກ ແລະ ລັດ ຫວຽດນາມ ຍາມໃດກໍ່ພ້ອມກັບພັກ ແລະ ລັດ ຈີນ ຮັດແໜ້ນການພົວພັນສອງປະເທດບ້ານໃກ້ເຮືອນຄຽງໃຫ້ຫຼາຍກ່ວາອີກພາຍໃຕ້ການຊີ້ນຳນຳພາຂອງພັກ, ການຮ່ວມເດີນທາງ, ຊ່ວຍເຫຼືອເຊິ່ງກັນແລະກັນບົນເສັ້ນທາງຫັນບັນດາຄາດຫວັງ, ວິໄສທັດພັດທະນາ ເຊິ່ງສອງພັກ, ສອງລັດກຳນົດໃຫ້ປະກົດຜົນເປັນຈິງ.

Top