• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄທ ແລະ ກຳ​ປູ​ເຈຍ ເຫັນ​ດີ​ຕໍ່​ການ​ຢຸດ​ຍິງ​ຢ່າງ​ບໍ່​ມີ​ເງື່ອນ​ໄຂ​ນັບ​ແຕ່​ເວ​ລາ 24 ໂມງ​ຂອງວັນ​ທີ 28 ກໍ​ລະ​ກົດ

ທ່ານນາຍົກລັດຖະມົນຕີມາເລເຊຍ ໃຫ້ຮູ້ວ່າ ກຳປູເຈຍ ແລະ ໄທບັນລຸໄດ້ຂໍ້ຕົກລົງຮ່ວມກ່ຽວກັບຄຳສັ່ງຢຸດຍິງໃນທັນທີ ແລະ ບໍ່ມີເງື່ອນໄຂທີ່ມີຜົນສັກສິດແຕ່ຕອນເວລາ 24 ໂມງຂອງວັນທີ 28 ກໍລະກົດ 2025.
ການເຈລະຈາໄກ່ເກ່ຍສັນຕິພາບ (ພາບ: THX/TTXVN)
ທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim ໄດ້ປະກາດໄທ ແລະ ກຳປູເຈຍ ຈະລົງນາມຄຳສັ່ງຢຸດຍິງຢ່າງບໍ່ມີເງື່ອນໄຂ. ຕອນບ່າຍວັນທີ 28 ກໍລະກົດ, ກ່າວຄຳເຫັນພາຍຫຼັງການເຈລະຈາໄກ່ເກ່ຍສັນຕິພາບຢູ່ ມາເລເຊຍ, ທ່ານນາຍົກລັດຖະມົນຕີມາເລເຊຍ ໃຫ້ຮູ້ວ່າ ກຳປູເຈຍ ແລະ ໄທບັນລຸໄດ້ຂໍ້ຕົກລົງຮ່ວມກ່ຽວກັບຄຳສັ່ງຢຸດຍິງໃນທັນທີ ແລະ ບໍ່ມີເງື່ອນໄຂທີ່ມີຜົນສັກສິດແຕ່ຕອນເວລາ 24 ໂມງຂອງວັນທີ 28 ກໍລະກົດ 2025. ຖະແຫຼງການໄດ້ຍົກອອກມາພາຍຫຼັງບັນດາການນຳໄທ ແລະ ກຳປູເຈຍເຂົ້າຮ່ວມກອງປະຊຸມໃນມື້ນີ້ຢູ່ນະຄອນຫຼວງ Putrajaya ຂອງ ມາເລເຊຍ ເພື່ອປຶກສາຫາລືກ່ຽວກັບຄຳສັ່ງຢຸດຍິງພາຍຫຼັງການປະທະກັນທີ່ແກ່ຍາວເປັນເວລາ 5 ວັນລະຫວ່າງສອງປະເທດ.

(ແຫຼ່ງຄັດຈາກ VOV)

ທົ່ວ​ປະ​ເທດ​ຕອບ​ສະ​ໜອງ​ເດືອນ​ກະ​ທຳ​ເພື່ອ​ການ​ປ້ອງ​ກັນ, ຕ້ານ​ຢາ​ເສັບ​ຕິດ​ປີ 2026

ທົ່ວ​ປະ​ເທດ​ຕອບ​ສະ​ໜອງ​ເດືອນ​ກະ​ທຳ​ເພື່ອ​ການ​ປ້ອງ​ກັນ, ຕ້ານ​ຢາ​ເສັບ​ຕິດ​ປີ 2026

ດ້ວຍ​ຫົວ​ຂໍ້ “​ພ້ອມ​ກັນມີຄວາມ​ຕັດ​ສິນ​ໃຈ ​ເພື່ອ​ສ້າງ​ຕາ​ແສງ, ເຂດ​ພິ​ເສດ​ບໍ່​ມີ​ຢາ​ເສັບ​ຕິດ”, ງານ​ຊຸມ​ນຸມ​ມິດ​ຕິງ 2026 ໄດ້​ສ້າງ​ຂີດ​ໝາຍ​ເປັນ​ຄັ້ງ​ທຳ​ອິດ​ຈັດ​ຂຶ້ນ​ແບບ​ທາງ​ໄກ​ໃນ​ທົ່ວ​ປະ​ເທດ.

Top