• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄທ ມານະພະຍາຍາມ ປ້ອງກັນ, ຕ້ານໄພນ້ຳຖ້ວມຢູ່ເຂດຕາເວັນຕົກສ່ຽງໃຕ້

      ວັນທີ 7 ສິງຫາ, ບັນດາຫ້າງຮ້ານຢູ່ແຂວງ ເພັດຊະບູລີ, ພາກຕາເວັນຕົກສ່ຽງໃຕ້ຂອງໄທ, ຕ້ອງໄດ້ນຳໃຊ້ບັນດາກະສອບຊາຍ ແລະ ດິນຈີ່ ເພື່ອມາຕັນປະຕູແນໃສ່ຮັບມືກັບສະພາບໄພນ້ຳຖ້ວມ ຍ້ອນກັງວົນວ່ານ້ຳຈະລົ້ນຜ່ານເຂື່ອນໄຟຟ້າແຫ່ງໜຶ່ງໃນຂົງເຂດ. 
ເຈົ້າໜ້າທີ່ໄທຫວັງວ່າຈະສາມາດຄວບຄຸມລະດັບນ້ຳໃນເຂື່ອນ ແກ່ງກະຈານ ໄດ້. ທ່ານ ອະນຸພົງ ເຜົ່າຈິນດາ ລັດຖະມົນຕີກະຊວງພາຍໃນຂອງໄທ ໄດ້ຄາດຄະເນວ່າ ອາດຈະມີ 4 ເມືອງຖືກຜົນກະທົບ. ອຳນາກການປົກຄອງທ້ອງຖີ່ນກຳລັງກະກຽມກະສອບຊາຍ ແລະ ເຄື່ອງສູດນ້ຳຈຳນວນຫຼາຍເພື່ອຮັບມືກັບສະພາບການດັ່ງກ່າວ. ຄາດວ່າທ່ານ ປຣາຢຸດ ຈັນໂອຊາ ນາຍົກລັດຖະມົນຕີໄທ ຈະເດີນທາງໄປຢ້ຽມຢາມແຂວງ ເພັດຊະບູລີ ໃນວັນທີ 8 ສິງຫານີ້. ເຈົ້າໜ້າທີ່ຮັບຜິດຊອບກໍ່ຈະສົ່ງແຈ້ງເຕືອນໄປເຖິງບັນດາແຂກທ່ອງທ່ຽວທີ່ມາຢາມແຂວງເພັດຊະບູລີ, ບ່ອນທີ່ມີສະຖານທີ່ພັກຜ່ອນບໍາລຸງສຸຂະພາບຫຼາຍແຫ່ງຢູ່ແຄມທະເລໃກ້ກັບອ່າວໄທ.
ເມື່ອປີ 2011, ໄທໄດ້ຖືກປະສົບໄພນ້ຳຖ້ວມທີ່ຮ້າຍແຮງທີ່ສຸດໃນເຄິ່ງສັດຕະວັດທີ່ຜ່ານມາ. ໄພນ້ຳຖ້ວມຄັ້ງນັ້ນ, ໄດ້ເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 900 ຄົນ ແລະ ສ້າງຜົນເສຍຫາຍໃຫ້ແກ່ການຜະລິດ, ກໍ່ຄືສົ່ງຜົນກະທົບຕໍ່ການເຕີບໂຕເສດຖະກິດຂອງໄທ.
 (ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top