• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄທຮັບດໍາລົງຕໍາແໜ່ງເປັນປະທານກອງປະຊຸມ ອາຊຽນ ກ່ຽວກັບບັນດາບັນຫາລັດຖະການ

      ວັນທີ 31 ຕຸລາ, ກະຊວງການຕ່າງປະເທດໄທ ໄດ້ແຈ້ງໃຫ້ຊາບວ່າ ທ່ານນາງ Methini Thepmani, ເລຂາທິການໃຫຍ່ຫ້ອງການຄະນະກໍາມະການລັດຖະການໄທ ໄດ້ຮັບດໍາລົງຕໍາແໜ່ງເປັນປະທານກອງປະຊຸມ ອາຊຽນ ກ່ຽວກັບບັນດາບັນຫາລັດຖະການ (ACCSM) ຄັ້ງທີ 20, ອາຍຸການ 2019 – 2020.
        ໃນໄລຍະແຕ່ປີ 2019 – 2020, ໄທໄດ້ສະເໜີຫົວຂໍ້ວ່າ “ຊຸກຍູ້ການແກ້ໄຂບັນດາບັນຫາລັດຖະການໃນພາກພື້ນອາຊຽນ” ເຊິ່ງແທດເໝາະກັບຫົວຂໍ້ກວມລວມຂອງກອງປະຊຸມສຸດຍອດ ອາຊຽນ. ທ່ານນາງ Methini Thepmani ຫວັງວ່າ ຜົນງານໃນໄລຍະຈະມາເຖິງ ຈະຊຸກຍູ້ການແກ້ໄຂບັນດາບັນຫາລັດຖະການຢູ່ ອາຊຽນ.
         ໄທ ຈະສືບຕໍ່ເສີມຂະຫຍາຍບັນດາຜົນງານທີ່ບັນລຸໄດ້ໃນໄລຍະຜ່ານມາ, ພ້ອມທັງເປັນເຈົ້າການສະເໜີບັນດາຂໍ້ລິເລີ່ມ, ລວມທັງການສ້າງແຜນການເຄື່ອນໄຫວ ACCSM  ໄລຍະ 2021 – 2025 ເພື່ອຮັບມືກັບບັນດາສິ່ງທ້າທາຍໃໝ່ ສໍາລັບບັນດາບັນຫາລັດຖະການໃນພາກພື້ນ. ກອງປະຊຸມ SOM  ຄາດວ່າ ຈະຈັດຕັ້ງຂຶ້ນຢູ່ ຈຽງໄຣ ໃນເດືອນ ມີນາ 2019 ແລະ ບັນດາກອງປະຊຸມກ່ຽວຂ້ອງອື່ນ ຈະຖືກດໍາເນີນໃນເດືອນສິງຫາ 2019 ຢູ່ບາງກອກ.
 (ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມມ​ິງ​ຈິງ ແລະ ທ່ານ​ຮອງ​ປະ​ທານ​າ​ທິ​ບໍ​ດີ ຕວັກ​ກີ ​ຖະ​ແຫຼງ​ຂ່າ​ວ​ສື່ມວນ​ຊົນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມມ​ິງ​ຈິງ ແລະ ທ່ານ​ຮອງ​ປະ​ທານ​າ​ທິ​ບໍ​ດີ ຕວັກ​ກີ ​ຖະ​ແຫຼງ​ຂ່າ​ວ​ສື່ມວນ​ຊົນ

ຕອນບ່າຍວັນທີ 29 ພະຈິກ ຕາມເວລາທ້ອງຖິ່ນ, ຢູ່ຕວັກກີ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານຮອງປະທານາທິບໍດີ ຕວັກກີ Cevdet Yilmaz ໄດ້ຖະແຫຼງຂ່າວສື່ມວນຊົນພາຍຫຼັງການເຈລະຈາ.

Top