ຂ່າວສານ ໄທຮັບດໍາລົງຕໍາແໜ່ງເປັນປະທານກອງປະຊຸມ ອາຊຽນ ກ່ຽວກັບບັນດາບັນຫາລັດຖະການ 01/11/2018 ວັນທີ 31 ຕຸລາ, ກະຊວງການຕ່າງປະເທດໄທ ໄດ້ແຈ້ງໃຫ້ຊາບວ່າ ທ່ານນາງ Methini Thepmani, ເລຂາທິການໃຫຍ່ຫ້ອງການຄະນະກໍາມະການລັດຖະການໄທ ໄດ້ຮັບດໍາລົງຕໍາແໜ່ງເປັນປະທານກອງປະຊຸມ ອາຊຽນ ກ່ຽວກັບບັນດາບັນຫາລັດຖະການ (ACCSM) ຄັ້ງທີ 20, ອາຍຸການ 2019 – 2020. ໃນໄລຍະແຕ່ປີ 2019 – 2020, ໄທໄດ້ສະເໜີຫົວຂໍ້ວ່າ “ຊຸກຍູ້ການແກ້ໄຂບັນດາບັນຫາລັດຖະການໃນພາກພື້ນອາຊຽນ” ເຊິ່ງແທດເໝາະກັບຫົວຂໍ້ກວມລວມຂອງກອງປະຊຸມສຸດຍອດ ອາຊຽນ. ທ່ານນາງ Methini Thepmani ຫວັງວ່າ ຜົນງານໃນໄລຍະຈະມາເຖິງ ຈະຊຸກຍູ້ການແກ້ໄຂບັນດາບັນຫາລັດຖະການຢູ່ ອາຊຽນ. ໄທ ຈະສືບຕໍ່ເສີມຂະຫຍາຍບັນດາຜົນງານທີ່ບັນລຸໄດ້ໃນໄລຍະຜ່ານມາ, ພ້ອມທັງເປັນເຈົ້າການສະເໜີບັນດາຂໍ້ລິເລີ່ມ, ລວມທັງການສ້າງແຜນການເຄື່ອນໄຫວ ACCSM ໄລຍະ 2021 – 2025 ເພື່ອຮັບມືກັບບັນດາສິ່ງທ້າທາຍໃໝ່ ສໍາລັບບັນດາບັນຫາລັດຖະການໃນພາກພື້ນ. ກອງປະຊຸມ SOM ຄາດວ່າ ຈະຈັດຕັ້ງຂຶ້ນຢູ່ ຈຽງໄຣ ໃນເດືອນ ມີນາ 2019 ແລະ ບັນດາກອງປະຊຸມກ່ຽວຂ້ອງອື່ນ ຈະຖືກດໍາເນີນໃນເດືອນສິງຫາ 2019 ຢູ່ບາງກອກ. (ແຫຼ່ງຄັດຈາກ VOV)

ວັນທີ 31 ຕຸລາ, ກະຊວງການຕ່າງປະເທດໄທ ໄດ້ແຈ້ງໃຫ້ຊາບວ່າ ທ່ານນາງ Methini Thepmani, ເລຂາທິການໃຫຍ່ຫ້ອງການຄະນະກໍາມະການລັດຖະການໄທ ໄດ້ຮັບດໍາລົງຕໍາແໜ່ງເປັນປະທານກອງປະຊຸມ ອາຊຽນ ກ່ຽວກັບບັນດາບັນຫາລັດຖະການ (ACCSM) ຄັ້ງທີ 20, ອາຍຸການ 2019 – 2020. ໃນໄລຍະແຕ່ປີ 2019 – 2020, ໄທໄດ້ສະເໜີຫົວຂໍ້ວ່າ “ຊຸກຍູ້ການແກ້ໄຂບັນດາບັນຫາລັດຖະການໃນພາກພື້ນອາຊຽນ” ເຊິ່ງແທດເໝາະກັບຫົວຂໍ້ກວມລວມຂອງກອງປະຊຸມສຸດຍອດ ອາຊຽນ. ທ່ານນາງ Methini Thepmani ຫວັງວ່າ ຜົນງານໃນໄລຍະຈະມາເຖິງ ຈະຊຸກຍູ້ການແກ້ໄຂບັນດາບັນຫາລັດຖະການຢູ່ ອາຊຽນ. ໄທ ຈະສືບຕໍ່ເສີມຂະຫຍາຍບັນດາຜົນງານທີ່ບັນລຸໄດ້ໃນໄລຍະຜ່ານມາ, ພ້ອມທັງເປັນເຈົ້າການສະເໜີບັນດາຂໍ້ລິເລີ່ມ, ລວມທັງການສ້າງແຜນການເຄື່ອນໄຫວ ACCSM ໄລຍະ 2021 – 2025 ເພື່ອຮັບມືກັບບັນດາສິ່ງທ້າທາຍໃໝ່ ສໍາລັບບັນດາບັນຫາລັດຖະການໃນພາກພື້ນ. ກອງປະຊຸມ SOM ຄາດວ່າ ຈະຈັດຕັ້ງຂຶ້ນຢູ່ ຈຽງໄຣ ໃນເດືອນ ມີນາ 2019 ແລະ ບັນດາກອງປະຊຸມກ່ຽວຂ້ອງອື່ນ ຈະຖືກດໍາເນີນໃນເດືອນສິງຫາ 2019 ຢູ່ບາງກອກ. (ແຫຼ່ງຄັດຈາກ VOV)