• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄທກຽມພ້ອມໃຫ້ແກ່ບັນດາເຫດການໃນກອງປະຊຸມສຸດຍອດ ອາຊຽນ

      ໄທໄດ້ສຳເລັດວຽກງານກະກຽມໃຫ້ແກ່ການຈັດຕັ້ງບັນດາເຫດການໃນຂອບເຂດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 35 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງໃນລະຫວ່າງວັນທີ 2 – 4 ພະຈິກ. ນີ້ແມ່ນ ບັນດາກອງປະຊຸມສຳຄັນສຸດທ້າຍໃນປີປະທານອາຊຽນ 2019 ຂອງ ໄທ ໂດຍມີການເຂົ້າຮ່ວມຂອງ ຜູ້ແທນ 3000 ທ່ານ, ໃນນັ້ນມີບັນດາການນຳ ແລະ ຜູ້ຕາງໜ້າຂອງ 23 ປະເທດ ແລະ 5 ອົງການຈັດຕັ້ງສາກົນ.

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 34 ຢູ່ ບາງກອກ, ປະເທດໄທ (ພາບ: Reuters) 
      ຫຼາຍເດືອນມານີ້, ປະເທດເຈົ້າພາບໄທ ໄດ້ ກະກຽມຢ່າງລະອຽດ ນັບແຕ່ພື້ນຖານ, ດ້ານວັດຖຸ ແລະ ບຸກຄະລະກອນ ຕະຫຼອດຮອດເນື້ອໃນປຶກສາຫາລືຕ່າງໆເພື່ອແນໃສ່ຮັບປະກັນຜົນສຳເລັດຂອງບັນດາກອງປະຊຸມອາຊຽນ. ວຽກງານຮັບປະກັນຄວາມໝັ້ນຄົງແມ່ນໜຶ່ງໃນບັນດາບຸລິມະສິດແຖວໜ້າຂອງ ລັດຖະບານໄທ ນັ້ນແມ່ນປະຕິບັດຕາມມາດຕະຖານສາກົນ. ປະເທດນີ້ໄດ້ສົ່ງພາລະກອນຕຳຫຼວດ ແລະ ພາລະກອນປ້ອງກັນຄວາມສະຫງົບ 17.000 ຄົນ ໄປປະຈຳຢູ່ ບັນດາສະຖານທີ່ສຳຄັນ ທີ່ນະຄອນຫຼວງ ບາງກອກ ແລະ ສູນກອງປະຊຸມ IMPACT ເມືອງທອງ ທານີ ຢູ່ ແຂວງ ນົນທະບຸຣີ.
            ທີ່ກອງປະຊຸມຂອງສະພາປ້ອງກັນປະເທດ ໃນວັນທີ 31 ຕຸລາ, ທ່ານ ປຣາຢຸດ ຈັນໂອຈາ ເນັ້ນໜັກວ່າ ກອງທັບຕ້ອງຮ່ວມມື ກັບກະຊວງການຕ່າງປະເທດຢ່າງແໜ້ນແຟ້ນເພື່ອຮັບປະກັນຄວາມສະຫງົບປອດໄພໃຫ້ແກ່ບັນດາຄະນະແຂກຕ່າງປະເທດ, ບັນດາຫົວໜ່ວຍຍາມໃດກໍ່ຕ້ອງມີສະຕິລະວັງຕົວສູງແລະຄົບຖ້ວນເພື່ອຮັບມືກັບ ກໍລະນີຕ່າງໆ, ບໍ່ໃຫ້ມີການປະທ້ວງເກີດຂຶ້ນ ເຮັດໃຫ້ບັນດາກອງປະຊຸມຂາດວັກຂາດຕອນຄືກອງປະຊຸມ ອາຊຽນ ປີ 2009 ຢູ່ ພັດທະຢາ.
            ກ່ອນໜ້ານັ້ນ, ຄະນະລັດຖະບານໄທ ໄດ້ຮັບຮອງເອົາຂໍ້ສະເໜີຂອງກະຊວງການຕ່າງປະເທດທີ່ວ່າ ຈະຂໍແກ່ຍາວວັນພັກທ້າຍອາທິດໃນຕົ້ນເດືອນ ພະຈິກຕື່ມອີກ 2 ວັນໃຫ້ແກ່ທຸກໆຫ້ອງວ່າການຂອງລັດຖະບານຢູ່ນະຄອນຫຼວງ ບາງກອກ ແລະ ແຂວງ ນົນທະບຸຣີ ເພື່ອ ຫຼຸດຜ່ອນບັນຫາລົດຕິດ ແລະ ສ້າງເງື່ອນໄຂສະດວກໃນການເດີນທາງໄປມາຂອງບັນດາການນຳອາຊຽນ ພ້ອມກັບບັນດາຜູ້ແທນຄະນະຕ່າງໆ.
 (ແຫຼ່ງຄັດຈາກ VOV)

ຊຸກ​ຍູ້​ການ​ຮ່ວມ​ມື​ຫວຽດ​ນາມ - EIB ໃນ​ການ​ໜູນ​ຊ່ວຍ​ສິນ​ເຊື່ອ​​ໂຄງ​ການ​ພະ​ລັງ​ງານ​ສີ​ຂຽວ

ຊຸກ​ຍູ້​ການ​ຮ່ວມ​ມື​ຫວຽດ​ນາມ - EIB ໃນ​ການ​ໜູນ​ຊ່ວຍ​ສິນ​ເຊື່ອ​​ໂຄງ​ການ​ພະ​ລັງ​ງານ​ສີ​ຂຽວ

ຕອນບ່າຍວັນທີ 13 ມີນາ, ຢູ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານຮອງນາຍົກລັດຖະມົນຕີ ເຈີ່ນຮົ່ງຮ່າ ໄດ້ໃຫ້ການຕ້ອນຮັບທ່ານນາງ Nicola Beer, ຮອງປະທານທະນາຄານລົງທຶນເອີລົບ (EIB).

Top