• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂ Festival ດອກໄມ້ດ່າລາດຄັ້ງທີ 8

ຕອນຄ່ຳວັນທີ 20 ທັນວາ, ຢູ່ນະຄອນດ່າລາດ ແຂວງເລິມດົ່ງ, ໄດ້ໄຂ  Festival ດອກໄມ້ດ່າລາດ ຄັ້ງທີ 8 ປີ 2019 ດ້ວຍຫົວເລື່ອງ “ດ່າລາດ ແລະ ດອກໄມ້”.

ພາບ: https://news.zing.vn/

ກ່າວຄຳເຫັນທີ່ພິມີທີໄຂ,  ທ່ານ ເຈືອງຮ່ວາບິນ, ຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານຫວຽດນາມ ໄດ້ຢືນຢັນວ່າ: Festival ດອກໄມ້ດ່າລາດ ໄດ້ຮັບການຮັບຮູ້ຈາກສັງຄົມ, ແມ່ນເຫດການວັດທະນະທຳ ການທ່ອງທ່ຽວທີ່ພົ້ນເດັ່ນ, ແມ່ນງານບຸນພິເສດສະເພາະຂອງນະຄອນເຂດພູພຽງທີ່ມີການກະທົບຢ່າງແທດຈິງ, ຊຸກຍູ້ການພັດທະນາກະສິກຳ ແລະ ການທ່ອງທ່ຽວ:

   ເພື່ອສ້າງຄວາມປະທັບໃຈທີ່ດີໃຫ້ແກ່ແຂກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດເມື່ອມາຢ້ຽມຢາມ ດ່າລາດ ນັ້ນ, ແຂວງ ເລິມດົ່ງ ຕ້ອງຊີ້ນຳການພັດທະນາການທ່ອງທ່ຽວໃຫ້ມີຄຸນນະພາບສູງ, ທັນສະໄໝ, ມີຈຸດສຸມ, ເປັນມືອາຊີບ ຖືການພັດທະນາຕາມລວງເລິກເປັນສຳຄັນ ຮັບປະກັນຄຸນນະພາບ ແລະ ປະສິດທິຜົນ. ເພີ່ມທະວີການຄຸ້ມຄອງຂອງລັດກ່ຽວກັບການເຄື່ອນໄຫວທ່ອງທ່ຽວ, ການບໍລິການ, ຍູ້ແຮງການພັດທະນາກະສິກຳນຳໃຊ້ເຕັກໂນໂລຊີສູງ ຕິດພັນກັບການພັດທະນາບັນດາໝູ່ບ້ານດອກໄມ້…

(ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top