ງານມະໂຫລານດັ່ງກ່າວໄດ້ມີຮ້ານວາງສະແດງເກືອບ 80 ຮ້ານ ໃນເນື້ອທີ 5.000 ຕາແມັດ, ວາດພາບເຖິງລະບົບນິເວດໝູ່ບ້ານອາຊີບ - ຖະໜົນອາຊີບທີ່ເປັນເອກະລັກ ພ້ອມດ້ວຍເຂດອາຫານການກິນ ຮ່າໂນ້ຍ. ທ່ານ ຫງວຽນເຈິ່ນກວາງ, ຮອງຫົວໜ້າພະແນກການທ່ອງທ່ຽວ ຮ່າໂນ້ຍ ໄດ້ເນັ້ນໜັກໃນພິທີໄຂວ່າ:
“ງານມະໂຫລານອາຫານການກິນ ແລະ ການທ່ອງທ່ຽວໝູ່ບ້ານອາຊີບ ຮ່າໂນ້ຍປີ 2025 ແມ່ນການເຄື່ອນໄຫວສົ່ງເສີມການທ່ອງທ່ຽວຈຸດສຸມ ເພື່ອແນໃສ່ເຊີດຊູຄຸນຄ່າຂອງບັນດາໝູ່ບ້ານອາຊີບ ແລະ ສິ່ງຍອດຍິ່ງຂອງອາຫານນະຄອນຫຼວງ; ໂຄສະນາສະຖານທີ່, ຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກຕິດພັນກັບໝູ່ບ້ານອາຊີບ, ຖະໜົນອາຊີບ ແລະ ວັດທະນະທຳອາຫານການກິນ; ເຊື່ອມຕໍ່ອົງການຄຸ້ມຄອງ - ວິສາຫະກິດ - ນັກສິລະປະການ - ປະຊາຄົມຊຸມຊົນໃນລະບົບຄຸນຄ່າທ່ອງທ່ຽວ. ປະກອບສ່ວນສ້າງພາບພົດ ຮ່າໂນ້ຍ ແມ່ນ “ຈຸດນັດພົບທີ່ປອດໄພ - ເປັນມິດສະໜິດສະໜົມ - ມີຄຸນນະພາບ - ດູດດື່ມ”, ນະຄອນ ເພື່ອສັນຕິພາບ, ນະຄອນປະດິດຄິດສ້າງສຳລັບແຂກທ່ອງທ່ຽວພາຍໃນ ແລະ ສາກົນ.”
ພິທີອັດລົງໃນວັນທີ 14 ທັນວາ.







