ຢູ່ແຂວງ ກວ໋າງຫງາຍ, ການລົງທຶນ ແລະ ປະກາດເປີດບັນດາທ່າກຳປັ່ນຫາປາໃໝ່ ພວມຄ່ອຍໆຕອບສະໜອງບັນດາຄວາມຮຽກຮ້ອງຕ້ອງການກ່ຽວກັບການຄົ້ນຫາຕົ້ນກຳເນີດ ແລະ ການຕິດຕາມກວດກາກຳປັ່ນຫາປາຕາມການສະເໜີແນະຂອງ EC.
ໃນສະພາບການ ຫວຽດນາມ ພວມມານະພະຍາຍາມແກ້ບັດເຫຼືອງ ຂອງ ຄະນະກຳມະການເອີລົບ (EC), ການສ້າງພື້ນຖານໂຄງລ່າງອາຊີບຫາປາໃຫ້ສົມບູນແບບ ໄດ້ກຳນົດແມ່ນໜຶ່ງໃນບັນດາມາດຕະການຈຸດສຸມໃນການຕ້ານການຂຸດຄົ້ນສິນທະເລແບບຜິດກົດໝາຍ, ບໍ່ລາຍການ ແລະ ບໍປະຕິບັດຕາມຂໍ້ກຳນົດ (IUU). ທ່ານ ຫງວຽນກວ໋າງຕວານ, ຮອງຫົວໜ້າກົມສິນໃນນ້ຳ ແລະ ກວດກາການປະມົງ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໃຫ້ຮູ້ວ່າ:
ການຍົກລະດັບທ່າກຳປັ່ນຫາປາສຳເລັດ ດ້ວຍພື້ນຖານໂຄງລ່າງ, ເຕັກນິກຢ່າງຄົບຊຸດຈະແມ່ນຕ່ອງໂສ້ສຳຄັນ ໃນລະບົບຄວບຄຸມ IUU, ປະກອບສ່ວນຍົກສູງລັກສະນະໂປ່ງໃສ, ຄົ້ນຫາຕົ້ນກຳເນີດຂອງຜະລິດຕະພັນ, ຕອບສະໜອງຂໍ້ສະເໜີຂອງ EC, ມຸ່ງໄປເຖິງການແກ້ໄຂບັດເຫຼືອງ IUU.
ຢູ່ແຂວງ ກວ໋າງຫງາຍ, ການລົງທຶນ ແລະ ປະກາດເປີດບັນດາທ່າກຳປັ່ນຫາປາໃໝ່ ພວມຄ່ອຍໆຕອບສະໜອງບັນດາຄວາມຮຽກຮ້ອງຕ້ອງການກ່ຽວກັບການຄົ້ນຫາຕົ້ນກຳເນີດ ແລະ ການຕິດຕາມກວດກາກຳປັ່ນຫາປາຕາມການສະເໜີແນະຂອງ EC. ທ່ານ ຫງວຽນແທັງຮຽນ, ຮອງຫົວໜ້າຄະນະຄຸ້ມຄອງບັນດາທ່າກຳປັ່ນຫາປາ ແຂວງ ກວ໋າງຫງາຍ ໃຫ້ຮູ້ວ່າ ທາງທ້ອງຖິ່ນ ໄດ້ຮັບປະກັນ 100%ກຳປັ່ນຫາປາ ໄດ້ອັບເດດຂໍ້ມູນຂຶ້ນໃນ VNFishbase, ຄຸ້ມຄອງກຸ່ມກຳປັ່ນທີ່ບໍ່ມີເງື່ອນໄຂຂຸດຄົ້ນ ຢ່າງຄົບຖ້ວນ ແລະ ປະຕິບັດການຄົ້ນຫາຕົ້ນກຳເນີດຜ່ານລະບົບຊອບແວຄົ້ນຫາຕົ້ນກຳເນີດຂອງສິນໃນນ້ຳເອເລັກໂຕນິກ (eCDT).
(ແຫຼ່ງຄັດຈາກ VOV)