• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂ​ເວ​ທີ​ປາ​ໄສ​ລັດ​ຖະ​ສະ​ພາ​ອາ​ຊີ - ປາ​ຊີ​ຟິກ​ຄັ້​ງ​ທີ 30: ລັດ​ຖະ​ສະ​ພາ ແລະ ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຫຼັງ​ໂຄວິດ - 19

APPF ປີນີ້ໄດ້ວາງເປົ້າໝາຍປັບປຸງການພົວພັນຮ່ວມມື ແລະ ຄຳໝັ້ນສັນຍາກໍ່ສ້າງພາກພື້ນທີ່ຍືນຍົງກ່ວາອີກດ້ວຍການສຸມໃສ່ການຟື້ນຟູແບບດຸ່ນດ່ຽງ, ຍືນຍົງ ແລະ ມຸ່ງໄປເຖິງມະນຸດ.
  ທ່ານປະທານສະພາແຫ່ງຊາດໄທ ຈວນ ລິກໄພ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)  

ກອງປະຊຸມປະຈຳປີເວທີປາໄສລັດຖະສະພາອາຊີ - ປາຊີຟິກ (APPF) ຄັ້ງທີ 30 ໄດ້ໄຂຂຶ້ນຢ່າງເປັນທາງການຢູ່ນະຄອນ ບາງກອກ (ໄທ) ໃນວັນທີ 26 ຕຸລາ ພາຍໃຕ້ການເປັນປະທານຂອງ ຈວນ ລິກໄພ ປະທານສະພາແຫ່ງຊາດ ໄທ, ໂດຍມີການເຂົ້າຮ່ວມຂອງຜູ້ແທນກ່ວາ 300 ທ່ານທີ່ມາຈາກ 22 ອົງການນິຕິບັນຍັດ ພ້ອມກັບຜູ້ຕາງໜ້າຂອງບັນດາອົງການຈັດຕັ້ງສາກົນ. ຄະນະຜູ້ແທນ ຫວຽດນາມ ໂດຍທ່ານ ຫວູຫ໋າຍຮ່າ, ຫົວໜ້າກຳມາທິການການຕ່າງປະເທດສະພາແຫ່ງຊາດ ນຳໜ້າເຂົ້າຮ່ວມ. ກ່າວຄຳເຫັນໄຂກອງປະຊຸມ, ທ່ານປະທານສະພາແຫ່ງຊາດໄທ ຈວນ ລິກໄພ ໃຫ້ຮູ້ວ່າ ຫົວຂໍ້ຂອງກອງປະຊຸມແມ່ນ “ລັດຖະສະພາ ແລະ ການພັດທະນາແບບຍືນຍົງຫຼັງພະຍາດໂຄວິດ - 19”. APPF ປີນີ້ໄດ້ວາງເປົ້າໝາຍປັບປຸງການພົວພັນຮ່ວມມື ແລະ ຄຳໝັ້ນສັນຍາກໍ່ສ້າງພາກພື້ນທີ່ຍືນຍົງກ່ວາອີກດ້ວຍການສຸມໃສ່ການຟື້ນຟູແບບດຸ່ນດ່ຽງ, ຍືນຍົງ ແລະ ມຸ່ງໄປເຖິງມະນຸດ. ທ່ານຮຽກຮ້ອງໃຫ້ລັດຖະສະພາສະມາຊິກ APPF ຄວນມານະພະຍາຍາມກ່ວາອີກ ເພື່ອຕອບສະໜອງທັງເປົ້າໝາຍຟື້ນຟູຫຼັງພະຍາດໂຄວິດ -19 ແລະ ບັນດາເປົ້າໝາຍພັດທະນາແບບຍືນຍົງ.

ໃນຂອບເຂດກອງປະຊຸມທີ່ດຳເນີນແຕ່ວັນທີ 26 – 28 ຕຸລາ, ບັນດາຜູ້ແທນໄດ້ປຶກສາຫາລື ບາງເນື້ອໃນ ຊຸກຍູ້ການທູດລັດຖະສະພາເພື່ອຄວາມໝັ້ນຄົງໃນພາກພື້ນ, ເພີ່ມທະວີຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດຢູ່ພາກພື້ນ ອາຊີ - ປາຊີຟິກ, ລັດຖະສະພາ ແລະ ວິວັດການຟື້ນຟູຫຼັງໂຄວິດ - 19 ແບບຍືນຍົງເພື່ອແນໃສ່ຊຸກຍູ້ອະທິປະໄຕ, ສັນຕິພາບ ແລະ ຄວາມໝັ້ນຄົງ, ບັນດາບັນຫາເສດຖະກິດ, ການຄ້າ ແລະ ການຮ່ວມມືຢູ່ພາກພື້ນ ອາຊີ - ປາຊີຟິກ.

(ແຫຼ່ງຄັດຈາກ VOV)

UNESCO ຮັບ​ຮອງ​ເອົາ​ມະ​ຕິ​ເຊີດ​ຊູ​ນັກ​ວັດ​ທະ​ນະ​ທຳ ເລ​ກຸຍ​ໂດນ

UNESCO ຮັບ​ຮອງ​ເອົາ​ມະ​ຕິ​ເຊີດ​ຊູ​ນັກ​ວັດ​ທະ​ນະ​ທຳ ເລ​ກຸຍ​ໂດນ

ວັນທີ 31 ຕຸລາ, ກອງປະຊຸມຄັ້ງທີ 43 ຂອງສະມັດຊາໃຫຍ່ ອົງການວິທະຍາສາດ, ການສຶກສາ ແລະ ວັດທະນະທຳຂອງ ສປຊ (UNESCO) ໄດ້ດຳເນີນຢູ່ນະຄອນ Samarkand, ອູເບກິດສະຖານ, ຮັບຮອງເອົາມະຕິວ່າດ້ວຍການເຊີດຊູ ແລະ ພ້ອມກັນເຂົ້າຮ່ວມພິທີສະເຫຼີມສະຫຼອງ 300 ປີແຫ່ງວັນຄ້າຍວັນເກີດຂອງນັກວັດທະນະທຳ ເລກຸຍໂດນ.

Top