• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂ​ສັບ​ປະ​ດາ​ດີ​ຈີ​ຕອນ​ສາ​ກົນ ຫວຽດ​ນາມ ປີ 2022

ບັນດານັກຊ່ຽວຊານສາກົນໄດ້ຕີລາຄາສູງຕໍ່ຍຸດທະສາດສຳຄັນຂອງ ຫວຽດນາມ ໃນການເພີ່ມລະດັບຄວາມໄວໃນການຫັນເປັນດີຈີຕອນ, ພັດທະນາເສດຖະກິດດີຈີຕອນ, ສັງຄົມດີຈີຕອນ, ລັດຖະບານດີຈີຕອນ. ພິເສດ, ຂໍ້ລິເລີ່ມຂອງ ຫວຽດນາມ ເມື່ອສ້າງຕັ້ງ “ໜ່ວຍງານສະເພາະກິດ ອາຊຽນ ກ່ຽວກັບການປ້ອງກັນ, ຕ້ານຂ່າວປອມ, ຂ່າວບໍ່ມີມູນຄວາມຈິງ” .
  ທ່ານ ຫງວຽນແມ້ງຫຸ່ງ, ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ (ພາບ: qdnd.vn)  

ສັບປະດາດີຈີຕອນສາກົນ ຫວຽດນາມ ປີ 2022 ດ້ວຍຫົວຂໍ້ “ຄູ່ຮ່ວມມືທົ່ວໂລກເພື່ອອະນາຄົດດີຈີຕອນແບບຍືນຍົງ” ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 11 ຕຸລາ ຢູ່ຮ່າໂນ້ຍ. ໃນວາລະໄຂ, ບັນດານັກຊ່ຽວຊານສາກົນໄດ້ຕີລາຄາສູງຕໍ່ຍຸດທະສາດສຳຄັນຂອງ ຫວຽດນາມ ໃນການເພີ່ມລະດັບຄວາມໄວໃນການຫັນເປັນດີຈີຕອນ, ພັດທະນາເສດຖະກິດດີຈີຕອນ, ສັງຄົມດີຈີຕອນ, ລັດຖະບານດີຈີຕອນ. ພິເສດ, ຂໍ້ລິເລີ່ມຂອງ ຫວຽດນາມ ເມື່ອສ້າງຕັ້ງ “ໜ່ວຍງານສະເພາະກິດ ອາຊຽນ ກ່ຽວກັບການປ້ອງກັນ, ຕ້ານຂ່າວປອມ, ຂ່າວບໍ່ມີມູນຄວາມຈິງ” ພວມໄດ້ຮັບການສະໜັບສະໜູນຈາກບັນດາປະເທດ ອາຊຽນ ແລະ ຈະມີການປຶກສາຫາລືເພີ່ມເຕີມກ່ຽວກັບການສ້າງກົນໄກຮ່ວມມືພິເສດສະເພາະລະຫວ່າງບັນດາປະເທດ ອາຊຽນ, ເພື່ອແກ້ໄຂ ແລະ ຫຼຸດຜ່ອນຜົນຮ້າຍຈາກຂ່າວປອມໃນພາກພື້ນ. ທ່ານ ຫງວຽນແມ້ງຫຸ່ງ, ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ຖືວ່າ:

“ໃນໂລກດີຈີຕອນ, ພວກເຮົາຈະຢູ່ໃກ້ກັນກວ່າ, ການກະທົບເຊິ່ງກັນ ແລະ ກັນ ກໍຈະຫຼາຍກວ່າ, ເພາະສະນັ້ນ, ພວກເຮົາຕ້ອງຮຽນຮູ້ຕື່ມອີກເພື່ອດຳລົງຊີວິດຢູ່ຮ່ວມກັນ. ໃນເວທີໃໝ່, ສະພາບແວດລ້ອມແຫ່ງຊີວິດໃໝ່ຈະຕ້ອງມີຫຼັກການໃໝ່, ຂໍ້ກຳນົດກົດລະບຽບໃໝ່ ແລະ ວັດທະນະທຳໃໝ່. ສິ່ງໃໝ່ໆຈະບໍ່ມີຜູ້ໃດກ້າວເດີນກ່ອນເພື່ອບອກສອນເຮົາ, ມີພຽງແຕ່ວິທີເຮົາຕ້ອງແລກປ່ຽນ ແລະ ຮຽນຮູ້ເຊິ່ງກັນແລະກັນ. ເພາະສະນັ້ນ, ຫົວຂໍ້ຂອງສັບປະດາດີຈີຕອນສາກົນ ຄັ້ງທຳອິດແມ່ນ “ຄູ່ຮ່ວມມືທົ່ວໂລກເພື່ອອະນາຄົດດີຈີຕອນແບບຍືນຍົງ”. ຂໍ້ລິເລີ່ມນີ້ ຖືກຈັດຂຶ້ນຄັ້ງທຳອິດຢູ່ ຫວຽດນາມ ແລະ ພວກເຮົາຈະຮັກສາມັນເພື່ອໃຫ້ມັນກາຍເປັນເຫດການປະຈຳປີຂອງບັນດາປະເທດ ອາຊຽນ. ພວກເຮົາຈະພ້ອມກັນແລກປ່ຽນກ່ຽວກັບການຫັນເປັນດີຈີຕອນ, ລະບອບລະບຽບການດີຈີຕອນ, ໂຄງລ່າງດີຈີຕອນ, ເຕັກໂນໂລຢີດີຈີຕອນ, ພື້ນຖານດີຈີຕອນ, ໂປແກຼມ ດີຈີຕອນ, ຊັບພະຍາກອນມະນຸດດີຈີຕອນ, ຄວາມປອດໄພດີຈີຕອນ ແລະ ການຮ່ວມມືດີຈີຕອນ”.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top