• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂ​ວາ​ລະ​ປະ​ຊຸມ​ຄັ້ງ​ທີ 27 ຂອງ ຄະ​ນະ​ປະ​ຈຳ​ສ​ະ​ພ​າ​ແຫ່ງ​ຊາດ

ວາລະປະຊຸມຄັ້ງທີ 27ແມ່ນໂອກາດເພື່ອຕີລາຄາກາງສະໄໝ, ສະພາບການສ້າງໂຄງປະກອບເສດຖະກິດຄືນໃໝ່, ການປະຕິບັດໜ້າທີ່ຂອງແຜນການ 5 ປີ, ແຜນການກູ້ຢຶມ, ຈ່າຍໜີ້ສາທາລະນະ, ແຜນການ ແລະ ການລົງທຶນພາກລັດໄລຍະກາງ…
ທ່ານ ປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ກ່າວຄຳເຫັນໄຂວາລະປະຊຸມ (ພາບ: VOV)

ຕອນເຊົ້າວັນທີ 11 ຕຸລາ, ຢູ່ຫໍສະພາແຫ່ງຊາດ, ພາຍໃຕ້ການເປັນປະທານຂອງທ່ານ ປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ, ຄະນະປະຈຳສະພາແຫ່ງຊາດ ໄດ້ໄຂວາລະປະຊຸມຄັ້ງທີ 27. ກ່າວຄຳເຫັນໄຂວາລະປະຊຸມ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໃຫ້ຮູ້ວ່າ ບັນດາເນື້ອໃນສຳຄັນຈະໄດ້ຮັບການປະກອບຄຳເຫັນໃນວາລະປະຊຸມຄັ້ງນີ້:

ວາລະປະຊຸມຂອງຄະນະປະຈຳສະພາແຫ່ງຊາດ ຈະປະກອບຄຳເຫັນໃສ່ບັນດາເນື້ອໃນເພື່ອຍື່ນສະເໜີຢູ່ກອງປະຊຸມສະໄໝສາມັນເທື່ອທີ 6 ສະພາແຫ່ງຊາດຊຸດທີ XV ບໍ່ພຽງແຕ່ຕີລາຄາສະພາບການປະຕິບັດແຜນການເສດຖະກິດ, ສັງຄົມ  ແລະ ການງົບປະມານຂອງປີ 2023 ທີ່ພວມໄດ້ຮັບການປະກາດໃຊ້ໃນປັດຈຸບັນ ເທົ່ານັ້ນ, ຫາກຍັງປະກອບຄຳເຫັນກ່ຽວກັບການຄາດຄະເນແຜນການຂອງປີ 2024 ອີກດ້ວຍ. ນີ້ກໍ່ແມ່ນໂອກາດເພື່ອຕີລາຄາກາງສະໄໝ, ສະພາບການສ້າງໂຄງປະກອບເສດຖະກິດຄືນໃໝ່, ການປະຕິບັດໜ້າທີ່ຂອງແຜນການ 5 ປີ, ແຜນການກູ້ຢຶມ, ຈ່າຍໜີ້ສາທາລະນະ, ແຜນການ ແລະ ການລົງທຶນພາກລັດໄລຍະກາງ… ນີ້ແມ່ນບັນດາເນື້ອໃນໃໝ່ທີ່ມີຄວາມສຳຄັນທີ່ສຸດ.

ພາຍຫຼັງພິທີໄຂກອງປະຊຸມ, ໃນຕອນເຊົ້າມື້ນີ້, ຄະນະປະຈຳສະພາແຫ່ງຊາດໄດ້ປະກອບຄຳເຫັນເຂົ້າໃນບົດລາຍງານໝາກຜົນຂອງການຕິດຕາມກວດກາ ການແກ້ໄຂ, ຕອບຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງທີ່ສົ່ງໄປຍັງກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດ ຊຸດທີ XV, ໝາກຜົນການຕ້ອນຮັບພົນລະເມືອງ, ແກ້ໄຂໃບຮ້ອງທຸກຮ້ອງຟ້ອງ ແລະ ຕິດຕາມກາດກາການແກ້ໄຂການຮ້ອງທຸກຮ້ອງຟ້ອງ ຂອງພົນລະເມືອງທີ່ສົ່ງມາຍັງສະພາແຫ່ງຊາດ ໃນປີ 2023, ພິຈາລະນາບົດລາຍງານການປະຕິບັດຄວາມມຸ່ງຫວັງຂອງປະຊາຊົນ ຂອງສະພາແຫ່ງຊາດໃນເດືອນກັນຍາ 2023.

(ແຫຼ່ງຄັດຈາກ VOV)

ອິນເຕີແນັດດາວທຽມ Starlink ໄດ້ຮັບໃບອະນຸຍາດເຄື່ອນໄຫວຢູ່ ຫວຽດນາມ ຢ່າງເປັນທາງການ

ອິນເຕີແນັດດາວທຽມ Starlink ໄດ້ຮັບໃບອະນຸຍາດເຄື່ອນໄຫວຢູ່ ຫວຽດນາມ ຢ່າງເປັນທາງການ

ຕາມຂໍ້ມູນຈາກກົມຄວາມຖີ່ວິທະຍຸໂທລະພາບເອເລັກໂຕນິກ ທີ່ປະກາດໃນວັນທີ 14 ກຸມພາ ແລ້ວ, ໃນໄລຍະທຳອິດ, Starlink Services ຫວຽດນາມ ໄດ້ຜັນຂະຫຍາຍຫຼາຍທີ່ສຸດແມ່ນ 600.000 ເຄື່ອງອຸປະກອນຢູ່ ຫວຽດນາມ ແລະ ເຄົາລົບຂໍ້ກຳນົດດ້ານກົດໝາຍຢ່າງຄົບຖ້ວນ.

Top