• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ ແລະ ງານ​ບຸນດອກ​ບານ ​ດ້ຽນ​ບຽນ 2024

ປີທ່ອງທ່ຽວແຫ່ງຊາດ ແລະ ງານບຸນດອກບານ ດ້ຽນບຽນ ປີ 2024 ຖືກໄຂຂຶ້ນໃນຕອນຄ່ຳວັນທີ 16 ມີນາ, ຢູ່ສະໜາມຫຼວງ ວັນທີ 7 ພຶດສະພາ, ນະຄອນ ດ້ຽນບຽນຝູ.
ພິທີໄຂປີທ່ອງທ່ຽວແຫ່ງຊາດ ຢູ່ ດ້ຽນບຽນ

ດ້ວຍຫົວຂໍ້ “ດ້ຽນບຽນຝູ ສະຫງ່າອົງອາດ - ການລົງຕົວຈິງທີ່ບໍ່ມີບ່ອນສິ້ນສຸດ”, ປີທ່ອງທ່ຽວແຫ່ງຊາດ ແລະ ງານບຸນດອກບານ ດ້ຽນບຽນ ປີ 2024 ຖືກໄຂຂຶ້ນໃນຕອນຄ່ຳວັນທີ 16 ມີນາ, ຢູ່ສະໜາມຫຼວງ ວັນທີ 7 ພຶດສະພາ, ນະຄອນ ດ້ຽນບຽນຝູ. ເຫດການໂດຍກະຊວງວັດທະນະທຳ - ກິລາ ແລະ ທ່ອງທ່ຽວ ຫວຽດນາມ ສົມທົບກັບຄະນະກຳມະການປະຊາຊົນແຂວງ ດ້ຽນບຽນຝູ ຈັດຂຶ້ນ.

ປີທ່ອງທ່ຽວແຫ່ງຊາດ - ດ້ຽນບຽນ 2024 ຖືກຈັດຂຶ້ນດ້ວຍເກືອບ 170 ລາຍການ, ເຫດການເຄື່ອນໄຫວດ້ານວັດທະນະທຳ, ກິລາ, ທ່ອງທ່ຽວທີ່ເປັນເອກະລັກລະດັບຊາດ ແລະ ສາກົນ ເຊິ່ງຈະດຳເນີນໃນຕະຫຼອດປີ. ຈຸດພົ້ນເດັ່ນໃນພິທີໄຂປີທ່ອງທ່ຽວແຫ່ງຊາດ ແລະ ງານບຸນດອກບານ ດ້ຽນບຽນ ປີ 2024 ແມ່ນລາຍການສິລະປິທີ່ມີຫົວຂໍ້ “ມາຢາມດິນແດນແຫ່ງດອກບານ” ດ້ວຍການເຂົ້າຮ່ວມຂອງນັກສະແດງເປັນມືອາຊີບ ແລະ ສະໝັກຫຼີ້ນເກືອບ 1.000 ຄົນ. ນອກຈາກໄດ້ສຳຜັດກັບຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງບັນດາເຂດພາກໃນທົ່ວປະເທດແລ້ວ, ແຂກທ່ອງທ່ຽວຍັງໄດ້ຮັບຊົມລາຍການສະແດງແສງສິລະປະ ແລະ ການຍິງບັ້ງໄຟດອກ ອີກດ້ວຍ. ເອື້ອຍດັ້ງທິຮົ່ງລວານ, ແຂກທ່ອງທ່ຽວມາຈາກແຂວງ ຮວ່າບິ່ງ ແບ່ງປັນວ່າ:

ຂ້າພະເຈົ້າ ແລະ ໝູ່ເພື່ອນ ໄດ້ນັດກັນມາໄວເພື່ອເຂົ້າຮ່ວມພິທີໄຂປີທ່ອງທ່ຽວ. ພິທີໄຂຈັດຂຶ້ນດ້ວຍຂະຫນາດໃຫຍ່ ແລະ ທັນສະໄໝຫຼາຍອາດເວົ້າໄດ້ວ່າ ນັບແຕ່ກ່ອນມາຮອດປັດຈຸບັນມື້ນີ້ຂ້າພະເຈົ້າຈຶ່ງໄດ້ເຫັນປະຈັກຕາເຫດການໃຫຍ່ນີ້ບັນດາຈຸດວັດທະນະທຳຂອງ ພາກໃນທົ່ວປະເທດ ລ້ວນແຕ່ໄດ້ເຕົ້າໂຮມກັນຢູ່ທີ່ນີ້ມີຄວາມໝາຍຫຼາຍ”.

(ແຫຼ່ງຄັດຈາກ VOV)

ໄຂ​ງານ​ບຸນ ດອກ​ບານ ດ້ຽ​ນ​ບຽນ ປີ 2025

ໄຂ​ງານ​ບຸນ ດອກ​ບານ ດ້ຽ​ນ​ບຽນ ປີ 2025

ພິທີໄຂໄດ້ເລີ່ມຂຶ້ນດ້ວຍລາຍການສະແດງສິລະປະ ທີ່ແກ່ຍາວເປັນເວລາ 90 ນາທີ, ປະສົມປະສານຢ່າງກົມກ່ຽວລະຫວ່າງລັກສະນະປະເພນີກັບທັນສະໄໝ, ສະແດງໃຫ້ເຫັນຈຸດວັດທະນະທຳ ແລະ ຈິດໃຈບໍ່ຍອມຈຳນົນຂອງຊາວ ດ້ຽນບຽນ.

Top