• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂ​ງາ​ນ​ວາງ​ສະ​ແດງ “ຮອຍຂອງ​ປະ​ທານ​ໂຮ່​ຈີ​ມິນ ຢູ່​ຈີນ”

ງານວາງສະແດງໂດຍຫໍພິພິທະພັນໂຮ່ຈີມິນ, ກົມຮັກສາສຳເນົາເອກະສານຫ້ອງວ່າການສູນກາງພັກສົມທົບກັນຈັດຕັ້ງເນື່ອງໃນໂອກາດສະເຫຼີມສະຫຼອງ 100 ປີແຫ່ງວັນ ຫງວຽນອ້າຍກວັກ - ໂຮ່ຈີມິນ ໄປຮອດຈີນເພື່ອຊອກຫາເສັ້ນທາງກູ້ຊາດຄັ້ງທຳອິດ (11/11/1924 - 11/11/2024).
ບັນດາຜູ້ແທນຕັດແຖບຜ້າໄຂງານວາງສະແດງ

ງານວາງສະແດງ “ຮ້ອຍຕີນ ໂຮ່ຈີມິນຢູ່ຈີນ” ໄດ້ໄຂຂຶ້ນໃນຕອນບ່າຍວັນທີ 11 ພະຈິກ ຢູ່ຫໍພິພິທະພັນ ໂຮ່ຈີມິນ, ເຮືອນເລກທີ 19 ຖະໜົນງອກຮ່າ, ຮ່າໂນ້ຍ. ເຂົ້າຮ່ວມພິທີໄຂງານວາງສະແດງມີທ່ານ ລາຍຊວັນມົນ, ຮອງຫົວໜ້າຄະນະປະຈຳຄະນະໂຄສະນາສຶກສາສູນກາງ, ທ່ານ ຮ່ວາງດ້າວເກືອງ ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ; ທ່ານ ເຄື້ອອວຍ ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງສປ.ຈີນ ປະຈຳ ຫວຽດນາມ. ທ່ານ Gennady Stepanovich Bezdetko ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງ ສະຫະພັນ ລັດເຊຍ ປະຈຳ ຫວຽດນາມ. ງານວາງສະແດງໂດຍຫໍພິພິທະພັນໂຮ່ຈີມິນ, ກົມຮັກສາສຳເນົາເອກະສານຫ້ອງວ່າການສູນກາງພັກສົມທົບກັນຈັດຕັ້ງເນື່ອງໃນໂອກາດສະເຫຼີມສະຫຼອງ 100 ປີແຫ່ງວັນ ຫງວຽນອ້າຍກວັກ - ໂຮ່ຈີມິນ ໄປຮອດຈີນເພື່ອຊອກຫາເສັ້ນທາງກູ້ຊາດຄັ້ງທຳອິດ (11/11/1924 - 11/11/2024), ມຸ່ງໄປເຖິງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ  - ຈີນ (18/1/1950 - 18/1/2025). ທ່ານປ.ອ ຫວູແມັ້ງຮ່າ, ຜູ້ອຳນວຍການຫໍພິພິທະພັນໂຮ່ຈີມິນໃຫ້ຮູ້ວ່າ:

ປະທານໂຮ່ຈີມິນ - ການນຳຜູ້ຍິ່ງໃຫຍ່ຂອງປະຊາຊົນຫວຽດນາມ, ເພື່ອນມິດສະໜິດສະໜົມຂອງປະຊາຊົນຈີນ. ເພິ່ນໄດ້ອຸທິດສ່ວນຕະຫຼອດຊີວິດຂອງຕົນໃຫ້ແກ່ພາລະກິດປົດປ່ອຍຊາດຂອງປະຊາຊົນ ຫວຽດນາມ, ສູ້ຊົນຢ່າງບໍ່ຮູ້ອິດບໍ່ຮູ້ເມື່ອຍເພື່ອສັນຕິພາບ, ຄວາມກ້າວໜ້າໃນທົ່ວໂລກ, ອອກເຫື່ອເທແຮງເພີ່ມພູນຄູນສ້າງ ແລະ ພັດທະນານ້ຳໃຈມິດຕະພາບລະຫວ່າງສອງພັກ, ປະຊາຊົນສອງປະເທດ ຫວຽດນາມ - ຈີນ.

ງານວາງສະແດງໄດ້ຈັດຂຶ້ນຢູ່ຫໍພິພິທະພັນໂຮ່ຈີມິນໃນລະຫວ່າງວັນທີ 11/11/2024 ຈົດຮອດທ້າຍເດືອນເມສາປີ 2025 ຈຶ່ງອັດລົງ.

(ແຫຼ່ງຄັດຈາກ VOV)

ເປີດ​ສະຫຼອງ​ສູນ​ອາ​ວະ​ກາດ ຫວຽດ​ນາມ: ພັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ​ຈັກ​ກະ​ວານ​ອາ​ວະ​ກາດ

ເປີດ​ສະຫຼອງ​ສູນ​ອາ​ວະ​ກາດ ຫວຽດ​ນາມ: ພັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ​ຈັກ​ກະ​ວານ​ອາ​ວະ​ກາດ

ຕອນເຊົ້າວັນທີ 13 ມີນາ, ຢູ່ເຂດອຸດສາຫະກຳສູງ ຮວ່າລາກ, ຮ່າໂນ້ຍ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ແລະ ບັນດາຜູ້ແທນໄດ້ຕັດແຖບຜ້າເປີດສະຫຼອງກິດຈະກຳສູນອາວະກາດ ຫວຽດນາມ. ນີ້ແມ່ນພື້ນຖານໂຄງລ່າງທີ່ທັນສະໄໝ, ມີຂອບຂະໜາດ ແລະ ລະດັບເຕັກໂນໂລຢີນອນໃນກຸ່ມກ້າວໜ້າໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້, ໄດ້ຜັນຂະຫຍາຍດ້ວຍແຫຼ່ງທຶນຊ່ວຍເຫຼືອຫຼ້າ (ODA) ຂອງລັດຖະບານ ຍີ່ປຸ່ນ ລວມມູນຄ່າລົງທຶນກວ່າ 7.000 ຕື້ດົ່ງ (280 ລ້ານ USD).

Top