• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂ​ງານ​ວາງ​ສະ​ແດງ “ໂຮ່​ຈີ​ມິນ - ສາ​ຍາ​ລັກຜູ້​ນຳ​ທີ່​ຍິ່ງ​ໃຫຍ່”

ເພື່ອຂ່ຳນັບຮັບຕ້ອນວັນຊາດທີ 2 ກັນຍາ, ຕອນເຊົ້າວັນທີ 31 ສິງຫາ, ຫໍພິພິທະພັນ ໂຮ່ຈີມິນ ເທື່ອທຽນເຫວະ ໄດ້ໄຂງານວາງສະແດງດ້ວຍຫົວຂໍ້ “ໂຮ່ຈີມິນ - ສາຍາລັກຜູ້ນຳທີ່ຍິ່ງໃຫຍ່”.
ງານວາງສະແດງດຳເນີນຮອດທ້າຍເດືອນມັງກອນ 2024 ຈຶ່ງອັດລົງ (ພາບ:TTXVN)

ງານວາງສະແດງໄດ້ແນະນຳຮູບພາບ, ຮູບຖ່າຍ ແລະ ເອກະສານກວ່າ 200 ຢ່າງກ່ຽວກັບປະທານໂຮ່ຈີມິນ, ຊີວິດ ແລະ ພາລະກິດປະຕິວັດຂອງເພິ່ນ. ງານວາງສະແດງດັ່ງກ່າວ ຊ່ວຍໃຫ້ມະຫາຊົນ, ພິເສດແມ່ນຄົນລຸ້ນໜຸ່ມ, ມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບຊີວິດ, ພາລະກິດ, ແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນ - ຜູ້ນຳດີເລີດເພື່ອພາລະກິດປະຕິວັດຂອງຊາດ ແລະ ເຕັມໄປດ້ວຍນ້ຳໃຈເມດຕາປານີ, ບໍລິສຸດຜຸດຜ່ອງ, ລຽບງ່າຍໃນຊີວິດປະຈຳວັນ. ແຂວງ ເທື່ອທຽນເຫວະ ກໍເປັນບ່ອນທີ່ປະທານ ໂຮ່ຈີມິນໄດ້ຕິດພັນໃນຄາວເຍົາໄວ ແລະ ເຕີບໃຫຍ່ເທື່ອລະກ້າວ ດ້ວຍການເຄື່ອນໄຫວຮັກຊາດທຳອິດ.

ງານວາງສະແດງດັ່ງກ່າວໄດ້ດຳເນີນຮອດທ້າຍເດືອນມັງກອນ 2024 ຈຶ່ງອັດລົງ.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top