• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂ​ງານ​ວາງ​ສະ​ແດງ​ພາບ​ຖ່າຍ “ມາ​ຕຸ​ພູມ ແຄມ​ຄື່ນ​ທະ​ເລ” ຢູ່​ລາວ

ງານວາງສະແດງໄດ້ວາງສະແດງຜະລິດຕະພັນ 100 ຜົນງານທີ່ເຄີຍໄດ້ຮັບລາງວັນ ແລະ ດີເດັ່ນໃນການແຂ່ງຂັນ ຮູບຖ່າຍສິລະປະລະດັບຊາດ ດ້ວຍຫົວຂໍ້ “ມາຕຸພູມ ແຄມຄື່ນທະເລ”.
ບັນດາຜູ້ແທນເຂົ້າຮ່ວມງານວາງສະແດງ (ພາບ: VOV)

ຕອນບ່າຍວັນທີ 18 ເມສາ, ສະມາຄົມນັກຖ່າຍຮູບ ຫວຽດນາມ ສົມທົບກັບສູນວັດທະນະທຳ ຫວຽດນາມ ຢູ່ ລາວ ຈັດງານວາງສະແດງພາບຖ່າຍ “ມາຕຸພູມ ແຄມຄື່ນທະເລ”, ຢູ່ສູນວັດທະນະທຳຫວຽດນາມ ຢູ່ນະຄອນຫຼວງ ວຽງຈັນ. ງານວາງສະແດງໄດ້ວາງສະແດງຜະລິດຕະພັນ 100 ຜົນງານທີ່ເຄີຍໄດ້ຮັບລາງວັນ ແລະ ດີເດັ່ນໃນການແຂ່ງຂັນ ຮູບຖ່າຍສິລະປະລະດັບຊາດ ດ້ວຍຫົວຂໍ້ “ມາຕຸພູມ ແຄມຄື່ນທະເລ” ໂດຍສະມາຄົມນັກຖ່າຍຮູບ ຫວຽດນາມ ແລະ ບັນດາອົງການທີ່ກ່ຽວຂ້ອງຈັດຂຶ້ນ ເພື່ອ ແນະນຳ, ໂຄສະນາຄວາມສາມາດບົ່ມຊ້ອນ, ຄວາມງາມຂອງທະເລ, ໝູ່ເກາະ ຫວຽດນາມ, ນ້ຳໃຈຮັກບ້ານເກີດເມືອງນອນປະເທດຊາດ, ຄວາມສະໜິດຕິດພັນ ຂອງຊາວໜຸ່ມທຸກລຸ້ນຄົນ ກັບທະເລ, ໝູ່ເກາະບ້ານເກີດເມືອງນອນ.

ກ່າວຄຳເຫັນທີ່ເຫດການ, ທ່ານ ຄຳສຸກ ແກ້ວວົງໄຊ ຜູ້ອຳນວຍການສະຖາບັນ ວິຈິດສິນ ແຫ່ງຊາດ ລາວ, ໃຫ້ຮູ້ວ່າ ລາວ ແມ່ນປະເທດບໍ່ມີທະເລ ເພາະສະນັ້ນ ງານວາງສະແດງ “ມາຕຸພູມ ແຄມຄື່ນທະເລ” ບໍ່ພຽງແຕ່ຊ່ວຍໃຫ້ປະຊາຊົນລາວ ຮູ້ສຶກໄດ້ ເຖິງບັນດາຄວາມງາມທາງດ້ານວັດທະນະທຳຢ່າງຊີວິດຊີວາ ແລະ ແທດຈິງ ຂອງ ປະຊາຊົນ ຫວຽດນາມ ຢູ່ທະເລ ແລະ ຄວາມໃຫຍ່ໂຕມະໂຫຖານຂອງທະເລ, ໝູ່ເກາະ ຫວຽດນາມ ເທົ່ານັ້ນ ຫາກ ນີ້ຍັງແມ່ນການເຄື່ອນໄຫວທີ່ມີຄວາມໝາຍຢ່າງແທດຈິງ ປະກອບສ່ວນ ເພີ່ມທະວີການພົບປະແລກປ່ຽນ, ການຮ່ວມມືທາງດ້ານວັດທະນະທຳ ສິລະປະ ລະຫວ່າງສອງປະເທດ ອີກດ້ວຍ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິ​ງ​ຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຕຳຫຼວດ​ທົ່ວ​ປະ​ເທດ​ຄັ້ງ​ທີ 81

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິ​ງ​ຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຕຳຫຼວດ​ທົ່ວ​ປະ​ເທດ​ຄັ້ງ​ທີ 81

ໃນພາລະກິດແຫ່ງການປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນທົ່ວສັງຄົມ, ພະນັກງານ, ນັກຮົບຕຳຫຼວດ ມີຄວາມກ້າຫານຕໍ່ສູ້, ກຽມພ້ອມເສຍສະຫຼະເພື່ອຄວາມສະຫງົບ, ຄວາມຜາສຸກຂອງປະຊາຊົນ.

Top