• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂ​ງານ​ມະ​ໂຫລານ​​ອະ​ນຸ​ຊົນ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ ປີ 2024

ງານມະໂຫລານແມ່ນການເຄື່ອນໄຫວໂດຍຄະນະຊາວໜຸ່ມນະຄອນຈັດຂຶ້ນປະຈຳທຸກໆ 2 ປີເທື່ອໜຶ່ງ ນັບແຕ່ປີ 2010 ມາຮອດປັດຈຸບັນ, ອັນໄດ້ກາຍເປັນໂອກາດພົບປະແລກປ່ຽນທີ່ມ່ວນຊືນ, ເປັນປະໂຫຍດ, ປະກອບສ່ວນແນະນຳມູນເຊືິ້ອປະຫວັດສາດ, ຄວາມງາມດ້ານວັດທະນະທຳ, ມູນເຊື້ອຂອງ 3 ປະເທດໃຫ້ແກ່ອະນຸຊົນ 3 ປະເທດ.
ລາຍການສະແດງສິລະປະໃນພິທີໄຂ (ພາບ: qdnd.vn)

ເພື່ອແນໃສ່ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຄົບຮອບ 62 ປີ (5/9/1962 – 5/9/2024), ວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ກຳປູເຈຍ ຄົບຮອບ 57 ປີ (24/06/1967 – 24/06/2024), ວັນທີ 13 ສິງຫາ, ຄະນະຊາວໜຸ່ມນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງພິທີໄຂງານມະໂຫລານອະນຸຊົນຫວຽດນາມ - ລາວ - ກຳປູເຈຍ ປີ 2024. ງານມະໂຫລານແມ່ນການເຄື່ອນໄຫວໂດຍຄະນະຊາວໜຸ່ມນະຄອນຈັດຂຶ້ນປະຈຳທຸກໆ 2 ປີເທື່ອໜຶ່ງ ນັບແຕ່ປີ 2010 ມາຮອດປັດຈຸບັນ, ອັນໄດ້ກາຍເປັນໂອກາດພົບປະແລກປ່ຽນທີ່ມ່ວນຊືນ, ເປັນປະໂຫຍດ, ປະກອບສ່ວນແນະນຳມູນເຊືິ້ອປະຫວັດສາດ, ຄວາມງາມດ້ານວັດທະນະທຳ, ມູນເຊື້ອຂອງ 3 ປະເທດໃຫ້ແກ່ອະນຸຊົນ 3 ປະເທດ.

ປີ 2024, ງານມະໂຫລານ ມີການເຂົ້າຮ່ວມຂອງຜູ້ແທນອະນຸຊົນ 215 ຄົນ ທີ່ມາຈາກບັນດາແຂວງ, ນະຄອນຂອງ ຫວຽດນາມ, ພ້ອມກັບອະນຸຊົນມາຈາກ ກຳປູເຈຍ ແລະ ລາວ ແລະ ພະນັກງານຮັບຜິດຊອບກອງອະນຸຊົນ 36 ຄົນ ທີ່ມາຈາກ 3 ປະເທດ. ງານມະໂຫລານຈະດຳເນີນແຕ່ວັນທີ 13 – 15 ສິງຫາ, ໃນບໍລິເວນນະຄອນ ໂຮ່ຈີມິນ ດ້ວຍການເຄື່ອນໄຫວຫຼາຍຢ່າງເຊັ່ນ: ຢ້ຽມຊົມທັດສະນະສຶກສາ “ສະຖານທີ່ລຸງໂຮ່ ກັບ ອະນຸຊົນ”; ເຂົ້າຮ່ວມບັນດາກິດຈະກຳແລກປ່ຽນວັດທະນະທຳ, ສິລະປະ, ການເຄື່ອນໄຫວດຳເນີນຊີວິດ, ແລກປ່ຽນຂອງຂວັນ , ຢ້ຽມຊົມຮ່ອງຮອຍສະຖານປະຫວັດສາດ; ເຂົ້າຮ່ວມລາຍການການນຳນະຄອນ ໂຮ່ຈີມິນ ພົບປະກັບຜູ້ແທນເຂົ້າຮ່ວມງານມະໂຫລານ, ແລກປ່ຽນວັດທະນະທຳເຍົາວະຊົນ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ;…

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງ​ຂ່າວ​ໃຫ້​ສື່ມວນ​ຊົນ​ລາວ ກ່ຽວ​ກັບ​ບັນ​ດາ​ບຸກ​ທະ​ລຸ​ຂອງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ

ຖະ​ແຫຼງ​ຂ່າວ​ໃຫ້​ສື່ມວນ​ຊົນ​ລາວ ກ່ຽວ​ກັບ​ບັນ​ດາ​ບຸກ​ທະ​ລຸ​ຂອງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ

ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກຈະວາງແຜນກຳນົດບັນດາລັດຖະນະໂຍບາຍຍຸດທະສາດຍາວນານ, ຫັນຄວາມຄາດຫວັງກໍ່ສ້າງຫວຽດນາມຈະເລີນຮຸ່ງເຮືອງ, ມີຄວາມຜາສຸກໃຫ້ປະກົດຜົນເປັນຈິງ, ກ້າວຂຶ້ນສູ່ສັງຄົມນິຍົມ.

Top