• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂ​ງານ​ມະ​ຫາ​ກຳ​ກິ​ລາ Paralympic ລະ​ດູ​ໜາວ ປັກ​ກິ່ງ 2022

ເວລາ 20 ໂມງຕອນຄ່ຳວັນທີ 4 ມີນາ ຕາມເວລາທ້ອງຖິ່ນ, ເຊິ່ງກົງກັບເວລາ 7 ໂມງ ຕາມເວລາ ຮ່າໂນ້ຍ, ງານມະຫາກຳກິລາ Paralympic ລະດູໜາວ ປັກກິ່ງ 2022 ຖືກໄຂຂຶ້ນ ຢູ່ ນະຄອນຫຼວງ ປັກກິ່ງ, ຈີນ.
  ລາຍການສະແດງສິລະປະ (ພາບ: THX/TTXVN)  

 ພິທີໄຂ Paralympic ລະດູໜາວ ປັກກິ່ງ ຖືກດຳເນີນຢູ່ສະໜາມກິລາແຫ່ງຊາດຈີນ, ດ້ວຍຫົວຂໍ້ “ພ້ອມກັນເພື່ອອະນາຄົດ” ແລະ ໄດ້ແກ່ຍາວເປັນເວລາ 80 ນາທີ.

ກ່າວຄຳເຫັນນະທີ່ນີ້, ທ່ານ Andrew Parsons ປະທານຄະນະກຳມະການ Paralympic ສາກົນ ໄດ້ສົ່ງສານກ່ຽວກັບສັນຕິພາບ, ຮຽກຮ້ອງໃຫ້ມວນມະນຸດຈົ່ງຮ່ວມແຮງຮ່ວມໃຈສ້າງໂລກໃຫ້ສວຍງາມ, ມີຄວາມເອື້ອເຟື້ອເຜື່ອແຜ່ ແລະ ບໍ່ມີສົງຄາມ. ທ່ານກໍອວຍພອນໃຫ້ນັກກິລາທຸກຄົນ ສາມັກຄີ, ມິດຕະພາບກັນ, ເອົາຊະນະຕົນເອງ ແລະ ຍາດໄດ້ຜົນງານດີທີ່ສຸດໃນງານມະຫາກໍກິລາ Paralympic ຄັ້ງນີ້.

ເຂົ້າຮ່ວມການແຂ່ງຂັນມີນັກກິລາກວ່າ 500 ຄົນ ທີ່ມາຈາກ 46 ປະເທດ ເຂົ້າຮ່ວມການແຂ່ງຂັນດ້ວຍຫຼຽນໄຊທັງໝົດ 78 ຊຸດ ຈະໄດ້ມອບໃນເວລາ 10 ວັນດຳເນີນງານມະຫາກຳກິລາຢູ່ບ່ອນແຂ່ງຂັນຢູ່ ປັກກິ່ງ ແລະ ຈາງເຈຍໂຂ.


(ແຫຼ່ງຄັດຈາກ VOV)

ເປີດກວ້າງ​ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ທ້ອງ​ຖິ່ນ​ຂອງ ຫວຽດ​ນາມ ແລະ ລາວ

ເປີດກວ້າງ​ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ທ້ອງ​ຖິ່ນ​ຂອງ ຫວຽດ​ນາມ ແລະ ລາວ

​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ ສອນ​ໄຊ ສີ​ພັນ​ດອນ ມີ​ຄວາມ​ຫວັງ​ຢ່າງ​ຍິ່ງ​ວ່າ ແຂວງ​ຝູ​ເຖາະ​ຈະ​ປະ​ສານ​ສົມ​ທົບ​ກັບ​ບັນ​ດາ​ທ້ອງ​ຖິ່ນ​ຂອງ​ລາວ​ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ຈັດ​​ບັນ​ດ​າ​ການ​ເຄື່ອນ​ໄຫວ​ແນ​ໃສ່​ຍູ້​ແຮງ​ການ​ພົບ​ປະ​ແລກ​ປ່ຽນ​ປະ​ຊາ​ຊົນ ແລະ ການສຶກ​ສາ​​ໃຫ້ໄວ​ໜຸ່ມ ກ່ຽວ​ກັບ​ມູນ​ເຊື້ອ​ການ​ພົວ​ພັນ​ແບບ​ພິ​ເສດ​ລະ​ຫວ່າງ​ສອງ​ຊາດ.

Top