ຂ່າວສານ

ໄຂ​ງານ​ມະ​ຫາ​ກຳ​ກິ​ລາ Paralympic ລະ​ດູ​ໜາວ ປັກ​ກິ່ງ 2022

ເວລາ 20 ໂມງຕອນຄ່ຳວັນທີ 4 ມີນາ ຕາມເວລາທ້ອງຖິ່ນ, ເຊິ່ງກົງກັບເວລາ 7 ໂມງ ຕາມເວລາ ຮ່າໂນ້ຍ, ງານມະຫາກຳກິລາ Paralympic ລະດູໜາວ ປັກກິ່ງ 2022 ຖືກໄຂຂຶ້ນ ຢູ່ ນະຄອນຫຼວງ ປັກກິ່ງ, ຈີນ.
  ລາຍການສະແດງສິລະປະ (ພາບ: THX/TTXVN)  

 ພິທີໄຂ Paralympic ລະດູໜາວ ປັກກິ່ງ ຖືກດຳເນີນຢູ່ສະໜາມກິລາແຫ່ງຊາດຈີນ, ດ້ວຍຫົວຂໍ້ “ພ້ອມກັນເພື່ອອະນາຄົດ” ແລະ ໄດ້ແກ່ຍາວເປັນເວລາ 80 ນາທີ.

ກ່າວຄຳເຫັນນະທີ່ນີ້, ທ່ານ Andrew Parsons ປະທານຄະນະກຳມະການ Paralympic ສາກົນ ໄດ້ສົ່ງສານກ່ຽວກັບສັນຕິພາບ, ຮຽກຮ້ອງໃຫ້ມວນມະນຸດຈົ່ງຮ່ວມແຮງຮ່ວມໃຈສ້າງໂລກໃຫ້ສວຍງາມ, ມີຄວາມເອື້ອເຟື້ອເຜື່ອແຜ່ ແລະ ບໍ່ມີສົງຄາມ. ທ່ານກໍອວຍພອນໃຫ້ນັກກິລາທຸກຄົນ ສາມັກຄີ, ມິດຕະພາບກັນ, ເອົາຊະນະຕົນເອງ ແລະ ຍາດໄດ້ຜົນງານດີທີ່ສຸດໃນງານມະຫາກໍກິລາ Paralympic ຄັ້ງນີ້.

ເຂົ້າຮ່ວມການແຂ່ງຂັນມີນັກກິລາກວ່າ 500 ຄົນ ທີ່ມາຈາກ 46 ປະເທດ ເຂົ້າຮ່ວມການແຂ່ງຂັນດ້ວຍຫຼຽນໄຊທັງໝົດ 78 ຊຸດ ຈະໄດ້ມອບໃນເວລາ 10 ວັນດຳເນີນງານມະຫາກຳກິລາຢູ່ບ່ອນແຂ່ງຂັນຢູ່ ປັກກິ່ງ ແລະ ຈາງເຈຍໂຂ.



top