• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂ​ກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ (SOM) ບັນ​ດາ​ປະ​ເທດ​ອາ​ຊຽນ

ທີ່ກອງປະຊຸມ SOM ASEAN, ບັດດາຜູ້ແທນໄດ້ປຶກສາຫາລື ແລະ ເອກະພາບໂຄງການດຳເນີນງານ, ລາຍການເຄື່ອນໄຫວຂອງບັນດາກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດອາຊຽນ.
   ສະພາບກອງປະຊຸມ (ພາບ: VOV)  
ຕອນເຊົ້າວັນທີ 1 ສິງຫາ, ຢູ່ນະຄອນຫຼວງພະນົມເປັນ-ປະເທດກຳປູເຈຍ, ໄດ້ ໄຂກອງປະຊຸມເຈົ້າໜ້າທີ່ອະວຸໂສ (SOM) ບັນດາປະເທດອາຊຽນ ກຽມໃຫ້ແກ່ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດອາຊຽນ (AMM) ຄັ້ງທີ 55 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ. ທ່ານເອກອັກຄະລັດຖະທູດ ຫວຸ້ໂຮ່, ຮັກສາການຫົວໜ້າ SOM ASEAN ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ.

ທີ່ກອງປະຊຸມ SOM ASEAN, ບັດດາຜູ້ແທນໄດ້ປຶກສາຫາລື ແລະ ເອກະພາບໂຄງການດຳເນີນງານ, ລາຍການເຄື່ອນໄຫວຂອງບັນດາກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດອາຊຽນ. ໃນເວລາ 4 ມື້ທີ່ຈະມາເຖິງ, ລັດຖະມົນຕີກະຊວງການຕ່າງປະເທດອາຊຽນ ແລະ ບັນດາຄູ່ຮ່ວມມືຈະເຂົ້າຮ່ວມກ່ວາ 20 ການເຄື່ອນໄຫວໃນຂອບເຂດ ອາຊຽນ, ອາຊຽນ+1, ອາຊຽນ+3 (ລວມມີ ອາຊຽນ, ຍີ່ປຸ່ນ, ສ.ເກົາຫຼີ, ຈີນ), ກອງປະຊຸມຂັ້ນສູງອາຊີຕາເວັນອອກ (EAS) ແລະ ເວທີປາໄສພາກພື້ນ ອາຊຽນ (ARF),  ດ້ວຍບັນດາຈຸດສຸມປຶກສາຫາລືກ່ຽວກັບວິວັດການສ້າງປະຊາຄົມ ອາຊຽນ, ສ້າງການກຳນົດທິດພັດທະນາປະຊາຄົມ ອາຊຽນ ຫຼັງປີ 2025, ສະຫລຸບ ແລະ ກຳນົດທິດການພົວພັນລະຫວ່າງ ອາຊຽນ ແລະ ບັນດາຄູ່ຮ່ວມມື ແລະ ແລກປ່ຽນກ່ຽວກັບສະພາບສາກົນ ແລະ ພາກພື້ນ.

(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເປັນ​ປະ​ທານກອງ​ປະ​ຊຸມ​ຄະ​ນະ​ປະ​ຈຳ​ລັດ​ຖະ​ບານ​ກັບ​ວິ​ສາ​ຫະ​ກິດ​ແຖວ​ໜ້າ​ປະ​ເທດ​

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເປັນ​ປະ​ທານກອງ​ປະ​ຊຸມ​ຄະ​ນະ​ປະ​ຈຳ​ລັດ​ຖະ​ບານ​ກັບ​ວິ​ສາ​ຫະ​ກິດ​ແຖວ​ໜ້າ​ປະ​ເທດ​

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າໃນບັນດາຜົນສຳເລັດດ້ານເສດຖະກິດຂອງປະເທດຊາດໃນປີຜ່ານມາໄດ້ມີການປະກອບສ່ວນຂອງປະຊາຄົມວິສາຫະກິດ.

Top