• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂ​ກອງ​ປະ​ຊຸມ​ວົງ​ແຄບ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນປະ​ເທດ​ອາຊຽນ: ຮ່ວມ​ມື​ເພື່ອຄວາມ​ໝັ້ນ​ຄົງ​ແບບ​ຍືນ​ຍົງ

ໃນຂອບເຂດກອງປະຊຸມວົງແຄບລັດຖະມົນຕີກະຊວງປ້ອງກັນປະເທດອາຊຽນ (ADMM Retreat) ແລະ ກອງປະຊຸມລັດຖະມົນຕີປ້ອງກັນປະເທດ ອາຊຽນເປີດກ້ວາງ (ADMM+) ໃນລະຫວ່າງ ວັນທີ 17 – 18 ພະຈິກ, ຕອນເຊົ້າວັນທີ 17 ພະຈິກ, ກອງປະຊຸມ ADMM Retreat ໄດ້ໄຂຂຶ້ນຢູ່ນະຄອນຫຼວງ ບາງກອກ, ປະເທດໄທ.

ກອງປະຊຸມວົງແຄບລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ 

ດ້ວຍຫົວຂໍ້ “ຄວາມໝັ້ນຄົງແບບຍືນຍົງ”, ກອງປະຊຸມ ADMM Retreat ແລະ ADMM + ຄັ້ງທີ 6 ຄາດວ່າຈະສຸມໃສ່ປຶກສາຫາລືກ່ຽວກັບນິຍາມຄວາມໝັ້ນຄົງແບບຍືນຍົງ ເພື່ອແນໃສ່ເພີ່ມທະວີຄວາມໝັ້ນຄົງໃນການປ້ອງກັນປະເທດ, ຊຸກຍູ້ຄວາມໄວ້ເນື້ອເຊື່ອໃຈ ແລະ ເພີ່ມທະວີການຮ່ວມມືດ້ານຄວາມໝັັ້ນຄົງ ລະຫວ່າງ ອາຊຽນ ກັບ ບັນດາປະເທດຄູ່ຮ່ວມມື ເຈລະຈາ ໃນທຸກໆດ້ານ. ບັນດາການປຶກສາຫາລື ຈະໄດ້ຈັດຕັ້ງໃນ 7 ຂົງເຂດຮ່ວມມື ລວມມີ: ໜູນຊ່ວຍມະນຸດສະທຳ ແລະ ກູ້ຊ່ວຍໄພທຳມະຊາດ, ຄວາມໝັ້ນຄົງໃນການເດີນເຮືອ, ເສນາຮັກ, ຕ້ານການກໍ່ການຮ້າຍ, ຮັກສາສັນຕິພາບ, ການເຄື່ອນໄຫວມະນຸດສະທຳ ແລະ ຄວາມໝັ້ນຄົງດ້ານເຄືອຂ່າຍອິນເຕີແນັດ. ຕາມວົງການນັກສັງເກດການແລ້ວ, ບັນດາຄວາມໝັ້ນຄົງຢູ່ທະເລຕາເວັນອອກຈະແມ່ນໜຶ່ງໃນບັນດາບັນຫາທີ່ດຶງດູດຄວາມສົນໃຈຂອງບັນດາການນຳທະຫານ ອາຊຽນ ແລະ ບັນດາຄູຮ່ວມມືແຖວໜ້າຂອງ ໂລກຫຼາຍທີ່ສຸດ.

        ຫຼັງຈາກ ກອງປະຊຸມ ADMM+ ຄັ້ງທີ 6 ສິ້ນສຸດລົງໃນວັນທີ 18 ພະຈິກ, ຫວຽດນາມຈະສືບຕໍ່ຮັບຕຳແໜ່ງປະທານ ADMM ແລະ ADMM+ ຕໍ່ຈາກໄທ.

 (ແຫຼ່ງຄັດຈາກ VOV)
 

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top