• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ ອາ​ຊຽ​ນ 20 ກ່ຽວ​ກັບ​ວິ​ທະ​ຍາ​ສາດ ເຕັກ​ໂນ​ໂລ​ຊີ ແລະ ປ່ຽນແປງໃໝ່

ກອງປະຊຸມທົບທວນຄືນໝາກຜົນການປະຕິບັດແຜນການກະທຳ ອາຊຽນ ກ່ຽວກັບວິທະຍາສາດ ເຕັກໂນໂລຊີ ແລະ ປ່ຽນແປງໃໝ່ (APASTI) ໄລຍະ 2016-2025.
ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manet (ພາບ: VOV)

ກອງປະຊຸມລັດຖະມົນຕີ ອາຊຽນ 20 ກ່ຽວກັບວິທະຍາສາດ ເຕັກໂນໂລຊີ ແລະ ປ່ຽນແປງໃໝ່ ດ້ວຍຫົວຂໍ້ “ໝູນໃຊ້ປັນຍາປະດິດ: ການເດີນທາງມຸ້ງໄປສູ່ອະນາຄົດ” ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 7 ມິຖຸນາຢູ່ ຊຽມຣຽບ ປະເທດ ກຳປູເຈຍ.

ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manet ໄດ້ຕີລາຄາສູງເລື່ອງເລືອກເຟັ້ນຂົງເຂດປັນຍາປະດິດ (AI) ຄືເນື້ອໃນຈຸດສຸມ ໃນແຜນການຍຸດທະສາດຕໍ່ໄປ ໃຫ້ແກ່ການຮ່ວມມືດ້ານວິທະຍາສາດ ເຕັກໂນໂລຊີ ແລະ ປ່ຽນແປງໃໝ່ທັງກຸ່ມ ອາຊຽນ ໄລຍະ 2026-2035. ທ່ານໄດ້ຍົກອອກຄວາມສຳຄັນຂອງການໝູນໃຊ້ປັນຍາປະດິດ ສຳລັບບັນດາຂົງເຂດເຕັກໂນໂລຊີອັນດັບໜຶ່ງໃນປະຈຸບັນຂອງມວນມະນຸດ. ຄຽງຄູ່ກັນນັ້ນ, ທ່ານນາຍົກລັດຖະມົນຕີ Hun Manet ກໍ່ໄດ້ຍົກອອກບັນດາສິ່ງທ້າທາຍໃນການກຳນົດທິດ, ຄຸ້ມຄອງ ເພື່ອແນໃສ່ຮັບປະກັນຈຸດປະສົງຂອງປັນຍາປະກິດ ແມ່ນຮັບໃຊ້ມະນຸດ, ບົນພື້ນຖານກົດໝາຍ, ຄຸນສົມບັດ ແລະ ບັນດາຄຸນຄ່າສັງຄົມທົ່ວໄປ.

ກອງປະຊຸມທົບທວນຄືນໝາກຜົນການປະຕິບັດແຜນການກະທຳ ອາຊຽນ ກ່ຽວກັບວິທະຍາສາດ ເຕັກໂນໂລຊີ ແລະ ປ່ຽນແປງໃໝ່ (APASTI) ໄລຍະ 2016-2025 ແລະຮັບຮອງເອົາແຜນການກະທຳ ອາຊຽນ ກ່ຽວກັບວິທະຍາສາດ ເຕັກໂນໂລຊີ ແລະ ປ່ຽນແປງໃໝ່ ໄລຍະ 2026-2035.

(ແຫຼ່ງຄັດຈາກ VOV)

ລາວ​ສົ່ງ​ໂທ​ລະ​ເລກອວຍ​ພອນ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 135 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີດ​ປະ​ທານ​ໂຮ່​ຈີ​ມິນ

ລາວ​ສົ່ງ​ໂທ​ລະ​ເລກອວຍ​ພອນ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 135 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີດ​ປະ​ທານ​ໂຮ່​ຈີ​ມິນ

ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວໄດ້ສົ່ງໂທລະເລກອວຍພອນໄປຍັງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ.

Top