• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂ​ກອງ​ປະ​ຊຸມ​ທາງ​ອອນ​ລາຍ​ຂອງ ລັດ​ຖະ​ບານ ກັບ ບັນ​ດາທ້ອງ​ຖິ່ນ

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຢັ້ງຢຶນວ່າ 5 ປີຜ່ານມາ, ເສດຖະກິດສືບຕໍ່ມີການເຕີບໂຕຢູ່ລະດັບສູງ, ປະຊາຊົນທຸກຄົນໄດ້ຮັບໝາກຜົນຈາກການພັດທະນາ, ຫວຽດນາມຮັກສາໄດ້ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນຕໍ່ພັກ, ລັດ…

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ຕອນເຊົ້າວັນທີ 28 ທັນວາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມທາງອອນລາຍຂອງ ລັດຖະບານ ກັບ ບັນດາທ້ອງຖິ່ນ ໃນທົ່ວປະເທດ ເພື່ອແນໃສ່ສະຫຼຸບປີ 2020, ຫວນຄືນໄລຍະ 5 ປີ ແລະ ວາງອອກໜ້າທີ່, ມາດຕະການແກ້ໄຂຕົ້ນຕໍເພື່ອປະຕິບັດບັນດາເປົ້າໝາຍພັດທະນາໃນປີ 2021 ກໍ່ຄືຊຸມປີຕໍ່ໄປໃຫ້ສຳເລັດ. ທ່ານເລຂາທິຫານໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມ. ເຂົ້າຮ່ວມກອງປະຊຸມມີທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ, ທ່ານ ເຈິ່ນກ໊ວກເວື້ອງ ຜູ້ປະຈຳການຄະນະເລຂາສູນກາງພັກ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຢັ້ງຢຶນວ່າ 5 ປີຜ່ານມາ, ເສດຖະກິດສືບຕໍ່ມີການເຕີບໂຕຢູ່ລະດັບສູງ, ປະຊາຊົນທຸກຄົນໄດ້ຮັບໝາກຜົນຈາກການພັດທະນາ, ຫວຽດນາມ ຮັກສາອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນທີ່ມີຕໍ່ພັກ, ລັດ…ຫວຽດນາມໄດ້ປະຕິບັດສຳເລັດຫຼາຍຕຳແໜ່ງສຳຄັນ ຢູ່ບັນດາເວທີປາໄສ, ອົງການຈັດຕັ້ງສາກົນ, ພາກພື້ນ. ຫວຽດນາມກໍ່ຈັດຕັ້ງສຳເລັດຫຼາຍເຫດການສາກົນ, ພິເສດແມ່ນກອງປະຊຸມສຸດຍອດ ລະຫວ່າງ ອາເມລິກາ - ສປປ.ເກົາຫຼີ. ໂດຍຄັດສະເໜີບາງການຕີລາຄາຂອງບັນດາອົງການຈັດຕັ້ງສາກົນ ຄືຕາມການຄິດໄລ່ຂອງກອງທຶນເງິນຕາສາກົນ (IMF)ແລ້ວ, ຂອບຂະໜາດເສດຖະກິດຫວຽດນາມຢຶນຢູ່ໃນ Top 40 ພື້ນຖານເສດຖະກິດໃຫຍ່ທີ່ສຸດໂລກ. ສ່ວນຕາມຕົວເລກຂອງ ທະນາຄານໂລກ (WB) ແລ້ວ, ຫວຽດນາມ ນອນໃນ Top 10 ປະເທດມີການເຕີບໂຕຢູ່ລະດັບສູງສຸດຂອງໂລກ. ມາຮອດປັດຈຸບັນ, ອາດຈະຢັ້ງຢືນໄດ້ວ່າ ຫວຽດນາມ ບັນລຸໄດ້ “ເປົ້າໝາຍຄວບຄູ່” ທັງປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ, ທັງຮັກສາໄດ້ການເຕີບໂຕເສດຖະກິດ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ:

ມະຕິວ່າດ້ວຍແຜນການພັດທະນາເສດຖະກິດ - ສັງຄົມຂອງສະພາແຫ່ງຊາດ ໄດ້ຕັ້ງເປົ້າໝາຍວ່າ ການເຕີບໂຕ GDP ປີ 2021 ຢູ່ໃນລະດັບປະມານ 6%, ໄຟເງິນເຟິ້ຢູ່ລະດັບປະມານ 4%. ພ້ອມກັບ 10 ດັດຊະນີເສດຖະກິດ, ສັງຄົມຕ່າງໆອີກ. ບັນດາດັດຊະນີດັ່ງນັ້ນໄດ້ສ້າງຂຶ້ນບົນພື້ນຖານ ໄດ້ຮັບການຄິດໄລ່, ມີຄວາມດຸນດ່ຽງກັບບັນດາແຫຼ່ງກຳລັງທີ່ຕິດພັນກັບສະພາບການຄາດຄະເນປີ 2021, ເປັນຕົ້ນແມ່ນສະພາບການໂລກລະບາດໂຄວິດ - 19 ຢູ່ພາຍໃນປະເທດ ແລະ ສາກົນ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top