• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂ​ກອງ​ປະ​ຊຸມ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດຄັ້ງ​ທີ 43

ຕາມແຈ້ງການຂອງຫ້ອງວ່າການສະພາແຫ່ງຊາດ, ກອງປະຊຸມຄະນະປະຈຳສະພາແຫ່ງຊາດຄັ້ງທີ 43 ຈະດຳເນີນໃນລະຫວ່າງວັນທີ 23 – 25 ມີນາຢູ່ຮ່າໂນ້ຍ.

ທ່ານນາງປະທານສະພາແຫ່ງຊາດຫວຽດນາມຫງວຽນທິກິມເງິນກ່າວຄຳເຫັນໄຂກອງປະຊຸມຄະນະປະຈຳສະພາແຫ່ງຊາດຄັ້ງທີ 42 (ພາບ: TTXVN) 

ທ່ານນາງປະທານສະພາແຫ່ງຊາດຫວຽດນາມຫງວຽນທິກິມເງິນພ້ອມກັບບັນດາທ່ານຮອງປະທານສະພາແຫ່ງຊາດປ່ຽນກັນເປັນປະທານຂອງກອງປະຊຸມ. ຕາມລາຍການຄາດຄະເນແລ້ວ, ໃນກອງປະຊຸມຄັ້ງນີ້ຄະນະປະຈຳສະພາແຫ່ງຊາດຈະຮັບຟັງທ່ານຫວູດຶກດາມຮອງນາຍົກລັດຖະມົນຕີຫວຽດນາມ, ຫົວໜ້າຄະນະຊີ້ນຳການປ້ອງກັນ, ຕ້ານໂລກລະບາດ Covid – 19 ແຫ່ງຊາດລາຍງານກ່ຽວກັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19.

ຄະນະປະຈຳສະພາແຫ່ງຊາດຈະປະກອບຄຳເຫັນໃສ່ບັນດາບັນຫາທີ່ຍັງມີຄວາມເຫັນແຕກຕ່າງກັນຂອງຮ່າງກົດໝາຍ 6 ສະບັບ, ໃນນັ້ນມີຮ່າງກົດໝາຍວ່າດ້ວຍການລົງທຶນຕາມຮູບການຄູ່ຮ່ວມມືພາກລັດ - ເອກະຊົນ. ຄະນະປະຈຳສະພາແຫ່ງຊາດກໍ່ຈະປຶກສາຫາລື, ປະກອບຄຳເຫັນໃສ່ຫຼາຍບັນຫາເສດຖະກິດ - ສັງຄົມທີ່ສຳຄັນ.

 (ແຫຼ່ງຄັດຈາກ VOV)
 

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top