• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂເວທີປາໄສເສດຖະກິດພາກເອກະຊົນ ຫວຽດນາມ 2019

      ໃນວາລະປະຊຸມຄົບຄະນະເຊິ່ງດຳເນີນໃນຕອນບ່າຍວັນທີ 2 ພຶດສະພາ, ຊຶ່ງມີການເຂົ້າຮ່ວມ ຂອງທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ຫວຽດນາມ ແລະ ທ່ານ ຫງວຽນວັນບິ່ງ ຫົວໜ້າຄະນະເສດຖະກິດສູນກາງພັກ.

ໄຂເວທີປາໄສເສດຖະກິດພາກເອກະຊົນ ແມ່ນເຫດການລະດັບຊາດ, ໂລກໃຫຍ່ທິ່ສຸດໃນປີ 2019 (ພາບ:  baodautu.vn)  
      ວັນທີ 2 ພຶດສະພາ, ຢູ່ ຮ່າໂນ້ຍ, ຫ້ອງວ່າການລັດຖະບານໄດ້ສົມທົບກັບຄະນະເສດຖະກິດສູນກາງພັກຈັດຕັ້ງ “ເວທີປາໄສເສດຖະກິດພາກເອກະຊົນ ຫວຽດນາມ 2019” ດ້ວຍຫົວຂໍ້ “ພັດທະນາເສດຖະກິດພາກເອກະຊົນ ຫວຽດນາມ ໃຫ້ກາຍເປັນກຳລັງໜູນສຳຄັນຂອງພື້ນຖານເສດຖະກິດຕະຫຼາດການກຳນົດທິດສັງຄົມນິຍົມ”. ໃນວາລະປະຊຸມຄົບຄະນະເຊິ່ງດຳເນີນໃນຕອນບ່າຍວັນທີ 2 ພຶດສະພາ, ຊຶ່ງມີການເຂົ້າຮ່ວມ ຂອງທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ຫວຽດນາມ ແລະ ທ່ານ ຫງວຽນວັນບິ່ງ ຫົວໜ້າຄະນະເສດຖະກິດສູນກາງພັກ.
            ເວທີປາໄສໄດ້ເຕື້ອງເຖິງ 3 ເປົ້າໝາຍໃຫຍ່, ລວມມີ: ການຕີລາຄາວິວັດການຈັດຕັ້ງປະຕິບັດພາຍຫຼັງການຜັນຂະຫຍາຍມະຕິສູນກາງພັກຄັ້ງທີ 10 ມາເປັນເວລາເກືອບ 2 ປີກ່ຽວກັບການພັດທະນາເສດຖະກິດພາກເອກະຊົນ; ການໂຄສະນາຜົນສຳເລັດ; ການສ້າງໂອກາດໃຫ້ແກ່ກຸ່ມເອກະຊົນສະເໜີ, ສະເໜີແນະ ກ່ຽວກັບການປັບປຸງກົນໄກ, ນະໂນບາຍໃຫ້ສົມບູນແບບ.
            ເວທີປາໄສເສດຖະກິດພາກເອກະຊົນ ຫວຽດນາມ 2019 ໄດ້ດຳເນີນໃນລະຫວ່າງວັນທີ 2 – 3 ພຶດສະພາແມ່ນໂອກາດເພື່ອໃຫ້ຕາງໜ້າເຂດເສດຖະກິດພາກເອກະຊົນຍົກອອກບັນດາຂໍ້ສະເໜີແນະຂອງຕົນ, ກໍ່ຄືພ້ອມກັນສົນທະນາກັບຜູ້ສ້າງນະໂຍບາຍໂດຍກົງ. ຜ່ານນັ້ນ, ສະເໜີບັນດາຂໍ້ລິເລີ່ມເພື່ອແນໃສ່ປັບປຸງກົນໄກ, ຊຸກຍູ້ການປະກອບສ່ວນຂອງເຂດນີ້.
 (ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ເສດ​ຖະ​ກິດ​ເອ​ກະ​ຊົນ​ພັດ​ທະ​ນາ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ເສດ​ຖະ​ກິດ​ເອ​ກະ​ຊົນ​ພັດ​ທະ​ນາ

ຕອນບ່າຍວັນທີ 1 ພະຈິກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານວາລະເຮັດວຽກທີ 2 ຂອງ ຄະນະຊີ້ນຳແຫ່ງຊາດຜັນຂະຫຍາຍມະຕິສະບັບເລກທີ 68 ຂອງກົມການເມືອງກ່ຽວກັບການພັດທະນາເສດຖະກິດເອກະຊົນ.

Top