• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂສັບປະດາວັດທະນະທຳ ແລະ ທ່ອງທ່ຽວແຂວງ ຟູອຽນ 2024

ຕອນຄ່ຳວັນທີ 30 ມີນານີ້, ຢູ່ນະຄອນ ຕຸຍຮ່ວາ, ຄະນະກຳມະການປະຊາຊົນແຂວງ ຟູອຽນ ໄດ້ເປີດ ສັບປະດາວັດທະນະທຳ - ທ່ອງທ່ຽວ ປີ 2024 ດ້ວຍຫົວຂໍ້ “ກັບຄືນສູ່ເຂດມໍລະດົກຟູອຽນ”.
ລາຍການສະແດງສິລະປະໃນພິທີໄຂສັບປະດາວັດທະນະທຳ ແລະ ທ່ອງທ່ຽວຟູອຽນ 2024

ເນື່ອງໃນໂອກາດສະເຫຼີມສະຫຼອງ 49 ປີແຫ່ງວັນປົດປ່ອຍແຂວງ ຟູອຽນ (1 ເມສາ 1975 – 1 ເມສາ 2024), ໃນຕອນຄ່ຳວັນທີ 30 ມີນານີ້, ຢູ່ນະຄອນ ຕຸຍຮ່ວາ, ຄະນະກຳມະການປະຊາຊົນແຂວງ ຟູອຽນ ໄດ້ເປີດ ສັບປະດາວັດທະນະທຳ - ທ່ອງທ່ຽວ ປີ 2024 ດ້ວຍຫົວຂໍ້ “ກັບຄືນສູ່ເຂດມໍລະດົກຟູອຽນ”.             ການເຄື່ອນໄຫວຕົ້ນຕໍຂອງສັບປະດາວັດທະນະທຳ ແລະ ທ່ອງທ່ຽວ ຟູອຽນ ປີ 2024 ລວມມີ: ງານວາງສະແດງສິນຄ້າ, ໂຄສະນາຜະລິດຕະພັນ OCOP (ໂຄງການແຫ່ງຊາດ, ຜະລິດຕະພັນໜຶ່ງ ຕໍ່ຕາແສງ), ອາຫານການກິນ ແລະ ການທ່ອງທ່ຽວ; ການແຂ່ງຂັນບັນດາວົງດົນຕີພາຍໃນແຂວງ; ລາຍການສະແດງບັນດາມໍລະດົກວັດທະນະທຳບໍ່ເປັນວັດຖຸສົມທົບກັບການສະແດງຊຸດອາພອນທີ່ເປັນເອກະລັກສະເພາະຢູ່ຟູອຽນ.

ໃນຂະນະດຽວກັນ ຢູ່ທ້ອງຖິ່ນຕ່າງໆຂອງແຂວງກໍ່ໄດ້ຈັດບັນດາລາຍການເຄື່ອນໄຫວຕອບສະໜອງເຊັ່ນ: ການສະແດງສິລະປະຂັບບາຍຈ່ອຍ; ຊ່ວງເຮືອ,ແນະນຳບັນດາເຍື່ອງອາຫານທີ່ເປັນເອກະລັກ…

 ສັບປະດາວັດທະນະທຳ ແລະ ທ່ອງທ່ຽວຟູອຽນ 2024 ດຳເນີນແຕ່ວັນທີ 30ມີນາ ຫາວັນທີ 5 ເມສາຈື່ງອັດລົງ.

 

(ແຫຼ່ງຄັດຈາກ VOV)

ເປີດ​ສະຫຼອງ​ສູນ​ອາ​ວະ​ກາດ ຫວຽດ​ນາມ: ພັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ​ຈັກ​ກະ​ວານ​ອາ​ວະ​ກາດ

ເປີດ​ສະຫຼອງ​ສູນ​ອາ​ວະ​ກາດ ຫວຽດ​ນາມ: ພັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ​ຈັກ​ກະ​ວານ​ອາ​ວະ​ກາດ

ຕອນເຊົ້າວັນທີ 13 ມີນາ, ຢູ່ເຂດອຸດສາຫະກຳສູງ ຮວ່າລາກ, ຮ່າໂນ້ຍ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ແລະ ບັນດາຜູ້ແທນໄດ້ຕັດແຖບຜ້າເປີດສະຫຼອງກິດຈະກຳສູນອາວະກາດ ຫວຽດນາມ. ນີ້ແມ່ນພື້ນຖານໂຄງລ່າງທີ່ທັນສະໄໝ, ມີຂອບຂະໜາດ ແລະ ລະດັບເຕັກໂນໂລຢີນອນໃນກຸ່ມກ້າວໜ້າໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້, ໄດ້ຜັນຂະຫຍາຍດ້ວຍແຫຼ່ງທຶນຊ່ວຍເຫຼືອຫຼ້າ (ODA) ຂອງລັດຖະບານ ຍີ່ປຸ່ນ ລວມມູນຄ່າລົງທຶນກວ່າ 7.000 ຕື້ດົ່ງ (280 ລ້ານ USD).

Top