ຕອນເຊົ້າວັນທີ 08 ກໍລະກົດ, ຢູ່ຫໍສະພາແຫ່ງຊາດ, ທີ່ ຮ່າໂນ້ຍ, ພາຍໃຕ້ການເປັນປະທານຂອງທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ, ຄະນະປະຈຳສະພາແຫ່ງຊາດໄດ້ໄຂວາລະປະຊຸມຄັ້ງທີ 4.
ທີ່ວາລະປະຊຸມນີ້, ຄະນະປະຈຳສະພາແຫ່ງຊາດ ຈະປະກອບຄຳເຫັນກ່ຽວກັບບັນດາເນື້ອໃນສຳຄັນຫຼາຍຢ່າງ ແນໃສ່ກະກຽມໃຫ້ກອງປະຊຸມວິສາມັນຄັ້ງທີ 1, ຄາດວ່າຈະໄຂຂຶ້ນໃນຕົ້ນເດືອນ ສິງຫາ 2026; ພ້ອມກັນນັ້ນ, ກໍ່ກະກຽມເນື້ອໃນຈຳນວນໜຶ່ງໃຫ້ແກ່ກອງປະຊຸມຄັ້ງທີ 2 ທີ່ຈະຈັດຂຶ້ນໃນທ້າຍປີ ແລະ ບັນດາບັນຫາສຳຄັນອື່ນໆ ຕາມລາຍການວາລະປະຊຸມຄັ້ງທີ 4, ມາຮອດປະຈຸບັນ, ຄະນະປະຈຳສະພາແຫ່ງຊາດຈະພິຈາລະນາຮ່າງກົດໝາຍ, ມະຕິ 24 ສະບັບເພື່ອຍື່ນສະເໜີຕໍ່ສະພາແຫ່ງຊາດທີ່ກອງປະຊຸມວິສາມັນ.
ກ່າວຄຳເຫັນທີ່ວາລະໄຂກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ, ສະເໜີວ່າ:
“ເມື່ອປະກອບຄຳເຫັນກ່ຽວກັບບັນດາແຜນຮ່າງ, ຂ້າພະເຈົ້າສະເໜີໃຫ້ຄະນະປະຈຳສະພາແຫ່ງຊາດ ຕ້ອງຕິດຕາມສະພາບຕົວຈິງຂອງການຜັນຂະຫຍາຍອຳນາດການປົກຄອງ 3 ຂັ້ນຢ່າງໃກ້ຊິດ ເພື່ອກວດກາຄືນບັນດາຂໍ້ກຳນົດກ່ຽວກັບການຈັດແບ່ງສິດ, ຈັດແບ່ງຂັ້ນ; ຕີລາຄາຄວາມສາມາດເປັນໄປໄດ້ຂອງແຕ່ລະນະໂຍບາຍ, ຮັບປະກັນກຳນົດຜູ້ຮັບຜິດຊອບຢ່າງຈະແຈ້ງ, ວຽກງານຈະແຈ້ງ, ໜ້າທີ່ຈະແຈ້ງ, ສິດຈະແຈ້ງ. ເຮັດແນວໃດເພື່ອໃຫ້ບັນດາທ້ອງຖິ່ນປະຕິບັດໄດ້ທັນທີທີ່ກົດໝາຍມີຜົນສັກສິດ, ບໍ່ປະໃຫ້ເກີດຊ່ອງຫວ່າງດ້ານນິຕິກຳ, ທັບຊ້ອນໃນການຈັດຕັ້ງປະຕິບັດ”.






