• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂວາລະປະຊຸມຄັ້ງທີ 3 ຂອງຄະນະປະຈຳສະພາແຫ່ງຊາດຊຸດທີ 16

ນີ້ແມ່ນຫົວເລື່ອງຕິດຕາມທຳອິດຂອງສະພາແຫ່ງຊາດຊຸດທີ 16. ສະນັ້ນ, ວຽກງານກະກຽມຕ້ອງໄດ້ດຳເນີນໄປຢ່າງແໜ້ນແຟ້ນ, ມີແບບມີແຜນ ແລະ ມີວິທະຍາສາດນັບແຕ່ຂອດທຳອິດ.
  (ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ກ່າວຄຳເຫັນທີ່ກອງປະຊຸມ)  

ຕອນ​ເຊົ້າ​ວັນ​ທີ 10 ມິ​ຖຸ​ນາ, ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ທ່ານ ເຈິ່ນ​ແທັງ​ເໝີ້ນ, ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 16 ໄດ້​ໄຂວາ​ລະ​ປ​ະ​ຊຸມ​​ຄັ້ງ​ທີ 3 (ວາ​ລະ​ປ​ະ​ຊຸມ​ປະ​ຈຳ​ເກືອນ ມິ​ຖຸ​ນາ 2026) ເພື່ອ​ພິ​ຈາ​ລະ​ນາ, ຕົກ​ລົງ​ຕາມ​ສິດ ສຳ​ລັບ​ບັນ​ດາ​ເນື້ອ​ໃນ​ທີ່​ກ່ຽວ​ຂ້ອງ​ເຖິງ​ຂົງ​ເຂດ​ຕຸ​ລາ​ການ, ການ​ເງິນ - ງົບ​ປະ​ມານ, ວຽກ​ງານ​ຕິດ​ຕາມກວດ​ກາ…

ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະ​ຊຸມ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝີ້ນ ໃຫ້​ຮູ້​ວ່າ ຕາມ​ລາຍ​ການ, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ພິ​ຈາ​ລະ​ນາຮັບ​ຮອງ​ເອົາລັດ​ຖະ​ບັນ​ຍັດ 1 ສະ​ບັບ ແລະ ມະ​ຕິ 1 ສະ​ບັບ​ໃນ​ຂົງ​ເຂດ​ຕຸ​ລາ​ການ ເພື່ອ​ແນ​ໃສ່​ສືບ​ຕ​ໍ່​ສ້າງ​ກົນ​ໄກ​ນິ​ຕິ​ກຳ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ຂອງ​ສານ​ປະ​ຊາ​ຊົນ​ໃນ​ເງື່ອນ​ໄຂ​ສ້າງ​ກົງ​ຈັກ​ໃໝ່​ໃຫ້​ສົມ​ບູນ​ແບບ. ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່​ງ​ຊາດກໍ່​ຈະ​ພິ​ຈ​າ​ລະ​ນາ​ມະ​ຕິ 2 ສະ​ບັບ​ກ່ຽວ​ຂ້ອງ​ເຖິງ​ຂົງ​ເຂດ​ການ​ເງິນ - ງົບ​ປະ​ມານ. ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເນັ້​ນ​ໜັກ​ວ່າ:

“ນີ້​ແມ່ນ​ຫົວ​ເລື່ອງ​ຕິດ​ຕາມ​ທຳ​ອິດ​ຂອງ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 16. ສະ​ນັ້ນ, ວຽກ​ງານ​ກະ​ກຽມ​ຕ້ອງ​ໄດ້​ດຳ​ເນີນ​ໄປ​ຢ່າງ​ແໜ້ນ​ແຟ້ນ, ມີ​ແບບ​ມີ​ແຜນ ແລະ ມີ​ວິ​ທະ​ຍາ​ສາດ​ນັບ​ແຕ່​ຂອດ​ທຳ​ອິດ. ພິ​ເສດ, ການ​ເຄື່ອນ​ໄຫວ​ຕິດ​ຕາ​ມ​ຄັ້ງ​ນີ້ ຕ້ອງ​ຕິດ​ພັນ​ຢ່າງ​ແໜ້ນ​ແຟ້ນ​ກັບ​ບັນ​ດາ​ການ​ຊີ້​ນຳ​ຍຸດ​ທະ​ສາດ​ຂອງ​ສູນ​ກາງ ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ການ​ຟູມ​ເຟືອຍ ແລະ ຫ​ຍໍ້​ທໍ້, ໂດຍ​ສະ​ເພາະ​ແມ່ນ​ເນື້ອ​ໃນ​ຈິດ​ໃຈ​ມະ​ຕິ​ເລກ​ທີ 04 ຂອງ​ສູນ​ກາງ”.

(ແຫຼ່ງຄັດຈາກ VOV)

ຊຸກ​ຍູ້​ຫູ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ ລາວ

ຊຸກ​ຍູ້​ຫູ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ ລາວ

ທີ່​ການ​ເຈ​ລະ​ຈາ​ຢູ່​ນະ​ຄອນຫຼວງ ວຽງ​ຈັນ​ທີ່​ໄດ້​ດຳ​ເນີນ​ໃນ​ວັນ​ດຽວ​ກັນ, ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ສອງ​ທ່ານ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ພ້ອມ​ກັນ​ມາ​ນະ​ພະ​ຍາ​ຍາມ​ເຮັດ​ໃຫ້​ເນື້ອ​ໃນ ຫຸ​້ນ​ສ່ວນ​ຍຸດ​ທະ​ສາດ​ເລິກ​ເຊິ່ງກວ່າ​ອີກ, ສຸມ​ໃສ່​ຫັນ​ເປັນ​ລະ​ອຽດ ແລະ ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ​ມີ​ປ​ະ​ສິດ​ທິ​ຜົນ​ກວ່າ

Top