• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂວັນ​ບຸນ ດອກ​ບານ - ຄາດ​ຫວັງ​ດ້ຽນ​ບຽນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ດ້ຽນບຽນ ແມ່ນເຂດເຕົ້າໂຮມສິ່ງຍອດຢ້ຽມຂອງເຂດພູຜາປ່າໄມ ໄຕບັກ, ສັນຍາລັກອະມະຕະຂອງລັດທິວິລະຊົນປະຕິວັດຂອງຊາດ.
  ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນໄຂວັນບຸນ (ພາບ: VGP/Nhật Bắc)  

ວັນບຸນດອກບານ ແຂວງດ້ຽນບຽນປີ 2026 ດ້ວຍຫົວຂໍ້ “ດອກບານ - ຄາດຫວັງດ້ຽນບຽນ” ໄຂຂຶ້ນໃນຕອນຄ່ຳວັນທີ 8 ມີນາຢູ່ແຂວງ ດ້ຽນບຽນ. ນີ້ແມ່ນໜຶ່ງໃນບັນດາການ ກິດຈະກຳຂອງ ສັບປະດັນວັດທະນະທຳ - ການທ່ອງທ່ຽວ ດ້ຽນບຽນ ໄດ້ດຳເນີນແຕ່ວັນທີ 6 ມີນາ ຮອດວັນທີ 12 ມີນາ.

ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ດ້ຽນບຽນ ແມ່ນເຂດເຕົ້າໂຮມສິ່ງຍອດຢ້ຽມຂອງເຂດພູຜາປ່າໄມ ໄຕບັກ, ສັນຍາລັກອະມະຕະຂອງລັດທິວິລະຊົນປະຕິວັດຂອງຊາດ. ດ້ວຍໄຊຊະນະປະຫວັດສາດ້ຽນບຽນຝູ “ດັ່ງກ້ອງກັງວານທົ່ວ 5 ທະວີບ - ເຮັດໃຫ້ທົ່ວໂລກສັ່ນສະເທືອນ” (1954) - ດິນແດນຂອງເຂດທຳມະຊາດທີ່ໃຫຍ່ໂຕມະໂຫຖານໄດ້ກາຍເປັນບົດເພງອົງອາດກ້າຫານຂອງເຈດຈຳນົງເອກະລາດ, ຄວາມມຸ່ງຫວັງເສລີພາບ ແລະ ກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ:

ວັນບຸນດອກບານບໍ່ພຽງແຕ່ແມ່ນເຫດການວັດທະນະທຳ - ການທ່ອງທ່ຽວທີ່ພົ້ນເດັ່ນຂອງແຂວງ ດຽນບຽນເທົ່ານັ້ນ, ຫາກຍັງແມ່ນສະຖານທີ່ສະໜິດຕິດພັນ, ເຊີດຊູບັນດາຄຸນຄ່າທາງດ້ານວັດທະນະທຳທີ່ເປັນມູນເຊື້ອອັນດີງາມຂອງບັນດາເຜົ່າເຂດໄຕບັກໃນພື້ນຖານວັດທະນະທຳທີ່ເຂັ້ມຂຸ້ນໄປດ້ວຍສີສັນຊາດ, ເອກະພາບ, ເປັນຫຼາຍຮູບຫຼາຍສີຂອງວົງຄະນະຍາດ 54 ຊົນເຜົ່າ. ວັນບຸນແມ່ນໂອກາດເພື່ອໃຫ້ປະຊາຊົນ ແລະ ແຂກທ່ອງທ່ຽວຄົ້ນຫາຄວາມງາມດ້ານທຳມະຊາດ, ຊອກຮູ້ຕື່ມອີກຈຸດວັດທະນະທຳ, ປະຫວັດສາດ ແລະ ເພີ່ມເຕີມນ້ຳໃຈຮັກແພງບ້ານເກີດເມືອງນອນ, ປະເທດຊາດ, ຄວາມເອກອ້າງທະນົງໃຈແຫ່ງຊາດ.

(ແຫຼ່ງຄັດຈາກ VOV)

ວິ​ສາ​ຫະ​ກິດ ຫວຽດ​ ຍູ້​ແຮງ​ການ​ເຊື່ອມ​ຕໍ່, ຊອກ​ຫາ​ໂອ​ກາດ​ຢູ່​ຕະຫຼາດ​ເຕັກ​ໂນ​ໂລ​ຢີ ອິນ​ເດຍ

ວິ​ສາ​ຫະ​ກິດ ຫວຽດ​ ຍູ້​ແຮງ​ການ​ເຊື່ອມ​ຕໍ່, ຊອກ​ຫາ​ໂອ​ກາດ​ຢູ່​ຕະຫຼາດ​ເຕັກ​ໂນ​ໂລ​ຢີ ອິນ​ເດຍ

ງານວາງສະແດງ IndiaSoft Expo 2026 ໂດຍກະຊວງອຸດສາຫະກຳ ແລະ ການຄ້າ ອິນເດຍ ຈັດຂຶ້ນຢູ່ນະຄອນຫຼວງ New Delhi, ອິນເດຍ, ແຕ່ວັນທີ 23 – 25 ມີນາ.

Top