• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂວັນວັດທະນະທຳບັນດາເຜົ່າ ຫວຽດນາມ

      ຕອນຄ່ຳວັນທີ 19 ເມສາ, ຢູ່ໝູ່ບ້ານວັດທະນະທຳ - ທ່ອງທ່ຽວບັນດາເຜົ່າ ຫວຽດນາມ (ດົງໂມ, ເຊີນໄຕ, ຮ່າໂນ້ຍ) ໄດ້ດຳເນີນພິທີໄຂວັນວັດທະນະທຳບັນດາເຜົ່າ ຫວຽດນາມ.

ໄຂວັນວັດທະນະທຳບັນດາເຜົ່າ ຫວຽດນາມ
      ເຂົ້າຮ່ວມລາຍການມີທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ຕ່ອງທິຟ໋ອງ, ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ. ວັນວັດທະນະທຳບັນດາເຜົ່າ ຫວຽດນາມ ໂດຍກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຈັດຕັ້ງ ດ້ວຍການເຂົ້າຮ່ວມຂອງຜູ້ແທນທີ່ມາຈາກບັນດາແຂວງ, ນະຄອນທີ່ຕາງໜ້າໃຫ້ບັນດາຊົນເຜົ່າ, ເຂດພາກໃນທົ່ວປະເທດເກືອບ 300 ຄົນ. ກ່າວຄຳເຫັນທີ່ພິທີໄຂວັນວັດທະນະທຳບັນດາເຜົ່າ ຫວຽດນາມ, ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ຢືນຢັນວ່າ:
        “ມື້ນີ້ ພວກເຮົາພ້ອມກັນໄດ້ເຫັນປະຈັກຕາການເຕົ້າໂຮມ, ການພົວພັນແລກປ່ຽນວັດທະນະທຳທີ່ເປັນເອກະລັກສະເພາະ ເຊິ່ງຕາງໜ້າໃຫ້ 54 ຊົນເຜົ່າທີ່ມາຈາກທຸກເຂດພາກໃນທົ່ວປະເທດ. ນີ້ ບໍ່ພຽງແຕ່ແມ່ນງານບຸນວັດທະນະທຳເທົ່ານັ້ນ ຫາກຍັງໄດ້ຊຶມເລິກເຂົ້າໃນຈິດໃຈແຫ່ງຄວາມສາມັກຄີເຈດຈຳນົງ ດ້ວຍຄວາມຄາດຫວັງບືນຕົວຂຶ້ນ ເພື່ອແນໃສ່ເພີ່ມພູນຄູນສ້າງພື້ນຖານວັດທະນະທຳ ຫວຽດນາມ ກ້າວໜ້າ ເຂັ້ມຂຸ້ນໄປດ້ວຍສີສັນຊາດຢ່າງບໍ່ຢຸດຢັ້ງອີກດ້ວຍ, ແລະແມ່ນພື້ນຖານດ້ານຈິດໃຈຂອງສັງຄົມ ກາຍເປັນກຳລັງແຮງດ້ານວັດຖຸຂອງທົ່ວປວງຊົນທັງຊາດ, ຊຸກຍູ້ເສດຖະກິດສັງຄົມ ໃຫ້ພັດທະນາແບບຍືນຍົງ ເພື່ອປະເທດ ຫວຽດນາມ ຮັ່ງມີເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ ແລະ ວັດທະນາຖາວອນ
        ພາຍຫລັງພິທີໄຂ ແມ່ນລາຍການສະແດງສິລະປະດ້ວຍຫົວຂໍ້ວ່າ: “ດົນຕີດັງກ້ອງກັງວານໄປທົ່ວດິນແດນ ຫວຽດນາມ” ໂດຍບັນດານັກສິລະປິນ ແລະ ສິລະປະກອນສະແດງ.
 (ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 28 ຕຸລາ, ຢູ່ ກົວລາ ລຳເປີ ປະເທດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍບັນດາການນຳ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຈີນ ຄັ້ງທີ 28.

Top