• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂວັນບຸນຊາວໜຸ່ມຫວຽດນາມ - ອາຊຽນ ປີ 2020

ວັນທີ 27 ທັນວາ ຢູ່ຮ່າໂນ້ຍ, ສູນກາງຄະນະຊາວໜຸ່ມຄອມມູນິດ ໂຮ່ຈີມິນ ໄດ້ໄຂວັນບຸນຊາວໜຸ່ມຫວຽດນາມ - ອາຊຽນ 2020 ຂຶ້ນ.

ພິທີໄຂວັນບຸນຊາວໜຸ່ມຫວຽດນາມ - ອາຊຽນ ປີ 2020

ວັນບຸນແມ່ນການເຄື່ອນໄຫວສະຫຼຸບ ຕີລາຄາບັນດາເນື້ອໃນຮ່ວມມືອາຊຽນ ທີ່ໄດ້ຜັນຂະຫຍາຍໃນປີ, ພ້ອມທັງແມ່ນໂອກາດ ເພື່ອໃຫ້ຊາວໜຸ່ມນັກສຶກສາ ອາຊຽນ ພ້ອມກັນຮ່ວມມ່ວນຊື່ນ ກັບຜົນສຳເລັດລວມຂອງ ຫວຽດນາມ ໃນປີດຳລົງຕຳແໜ່ງເປັນປະທານ ອາຊຽນ 2020. ວັນບຸນມີບັນດາການເຄື່ອນໄຫວທີ່ອຸດົມສົມບູນຄື ການປະດັບປະດາຄ້າຍ 10 ແຫ່ງ ທີ່ເປັນຮູບຈຳລອງບັນດາຮູບພາບຂອງ 10 ປະເທດອາຊຽນຕາມຫົວຂໍ້ “ອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການມັບມື”.

 ບັນດາການລະຫຼິ້ນພື້ນເມືອງ ຂອງບັນດາປະເທດ ອາຊຽນ, ກອງປະຊຸມຖະແຫຼງຂ່າວ ຫົວເລື່ອງ ກ່ຽວກັບບັນດາໝາກຜົນຕົ້ນຕໍ ເຊິ່ງບັນລຸໄດ້ໃນປີ ຫວຽດນາມ ດຳລົງຕຳແໜ່ງເປັນປະທານ ອາຊຽນ, ຄ່ຳຄືນງານລາຕີຊາວໜຸ່ມ ຫວຽດນາມ - ອາຊຽນ “ດວງຕາເວັນອາຊຽນ”... ເຫດການຈະແມ່ນການປະກອບສ່ວນຍົກສູງລະດັບຄວາມຮັບຮູ້ຂອງຊາວໜຸ່ມ ຫວຽດນາມ ກ່ຽວກັບ ອາຊຽນ, ກ່ຽວກັບບັນດາໝາກຜົນທີ່ສະຄັນ ທີ່ ຫວຽດນາມ ບັນລຸໄດ້ໃນປີເປັນປະທານ ອາຊຽນ 2020, ສະແດງຄຳໝັ້ນສັນຍາຂອງ ຫວຽດນາມ ໃນການປະຕິບັດແຜນການເຄື່ອນໄຫວຊາວໜຸ່ມ ອາຊຽນ ໄລຍະ 2020 – 2026, ຢັ້ງຢືນການເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຂອງ ຫວຽດນາມ ໃນການຮ່ວມມື ອາຊຽນ.
(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top