• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂວັນກາບກອນຫວຽດນາມຄັ້ງທີ 14

ວັນກາບກອນຫວຽດນາມຄັ້ງທີ 14 ປີ 2018 ຖືກໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 2 ມີນາ ຢູ່ ວັນມຽວ ກວັກຕືຢາມ, ຮ່າໂນ້ຍ.

ລາຍການສະແດງສິລະປະໄຂວັນກາບກອນຫວຽດນາມ

ປິນີ້ເປັນຄັ້ງທຳອິດ ວັນກາບກອນຫວຽດນາມ ດຳເນີນໃນເວລາ 4 ວັນ ແຕ່ວັນທີ 27-28 ກຸມພາ ແລະ ວັນທີ 1-2 ມີນາ. ດ້ວຍຫົວຂໍ້ “ນັກປະພັນຫວຽດນາມ ຮ່ວມເດີນທາງກັບປະເທດຊາດ”, ວັນກາບກອນແມ່ນມຸ່ງໄປເຖິງການຮ່ວມເດີນທາງກັບບັນດາບັນຫາຄວາມເປັນຕາຍຂອງປະເທດຊາດ, ຂອງປະຊາຊົນ; ກັບຜູ້ມີຫົວຄິດປະດິດສ້າງໃນທຸກຂົງເຂດຂອງຊີວິດ.

ວັນກາບກອນຫວຽດນາມ ຄັ້ງທີ 14 ດຳເນີນໄປດ້ວຍການເຄື່ອນໄຫວຫລາຍຢ່າງທີ່ອຸດົມສົມບູນ, ດູດດື່ມ. ແລະກໍ່ໃນຕອນເຊົ້າວັນດຽວກັນ, ວັນກາບກອນຫວຽດນາມ ຄັ້ງທີ 14 ປີ 2018 ດ້ວຍຫົວຂໍ້ “ລະດູບານໃຫມ່ -  ກົກເຄົ້າ ແລະ ຫົວຄິດປະດິດສ້າງ” ຖືກໄຂຂຶ້ນຢູ່ ນະຄອນ ໂຮ່ຈິມີນ. ວັນກາບກອນຢູ່ນະຄອນ ໂຮ່ຈິມີນ ແມ່ນສຸມໃສ່ເຊີດຊູ ນັກກະວີລຸ້ນຄົນທີ່ເຂົ້າຮ່ວມການບຸກໂຈມຕີຄັ້ງໃຫຍ່ ແລະ ການລຸກຮື້ຂຶ້ນລະດູບານໃຫມ່ປີວອກ 1968. ເຂົ້າຮ່ວມວັນກາບກອບປີນີ້ ບັນດາຜູ້ນິຍົມກາບກອນ ບໍ່ພຽງແຕ່ໄດ້ຮັບຟັງບົດກາບກອນ, ອ່ານບົດກາບກອນເທົ່ານັ້ນ ຫາກຍັງໄດ້ໂອ້ລົມກັບບັນດານັກປະພັນ, ນັກກະວີທີ່ມີຊື່ສຽງ ອີກດ້ວຍ.

(ແຫຼ່ງຄັດຈາກ VOV)


ເປັນຄັ້ງທຳອິດຈັດວັນບຸນ ຫວຽດນາມ ຜາສຸກ

ເປັນຄັ້ງທຳອິດຈັດວັນບຸນ ຫວຽດນາມ ຜາສຸກ

ປີ 2025, ຫວຽດນາມ ຢືນອັນດັບທີ 46 ກ່ຽວກັບດັດຊະນີຄວາມຜາສຸກທົ່ວໂລກ, ຫຍັບຂຶ້ນ 8 ຂັ້ນເມື່ອທຽບໃສ່ປີ 2024.

Top