• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂປີທ່ອງທ່ຽວແຫ່ງຊາດ 2022 ກວ໋າງນາມ - ສະຖານທີ່ທ່ອງທ່ຽວຂຽວ

ພິທີໄຂປີທ່ອງທ່ຽວແຫ່ງຊາດ 2022 ແມ່ນໜຶ່ງໃນບັນດາເຫດການສຳຄັນ, ສ້າງຂີດໝາຍແກ່ການເປີດປະຕູການທ່ອງທ່ຽວ ຫວຽດນາມ ກັບຄືນສູ່ການເຄື່ອນໄຫວເປັນປົກກະຕິ ແລະ ແມ່ນເຫດການຈຸດສຸມຂອງລາຍການປີທ່ອງທ່ຽວແຫ່ງຊາດ ປີ 2022. ບັນດາເຫດການທ່ອງທ່ຽວທັງໝົດໃນປີນີ້ ແມ່ນໄມ້ງັດສຳຄັນ ແລະ ໂອກາດແກ່ຂະແໜງທ່ອງທ່ຽວເພີ່ມທະວີລະດັບຄວາມໄວການເຕີບໂຕ, ບຸກທະລຸ ແນໃສ່ປະຕິບັດເປົ້າໝາຍດຶງດູດແຂກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ.
  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ພິທີ  

 ຕອນຄ່ຳວັນທີ 26 ມີນາ, ປີທ່ອງທ່ຽວແຫ່ງຊາດປີ 2022 ກວ໋າງນາມ - ສະຖານທີ່ທ່ອງທ່ຽວຂຽວ ຖືກໄຂຂຶ້ນຢູ່ເກາະ ກີ໊ອຶກໂຮ້ຍອານ, ແຂວງ ກວ໋າງນາມ. ພິທີໄຂປີທ່ອງທ່ຽວແຫ່ງຊາດ 2022 ແມ່ນໜຶ່ງໃນບັນດາເຫດການສຳຄັນ, ສ້າງຂີດໝາຍແກ່ການເປີດປະຕູການທ່ອງທ່ຽວ ຫວຽດນາມ ກັບຄືນສູ່ການເຄື່ອນໄຫວເປັນປົກກະຕິ ແລະ ແມ່ນເຫດການຈຸດສຸມຂອງລາຍການປີທ່ອງທ່ຽວແຫ່ງຊາດ ປີ 2022. ບັນດາເຫດການທ່ອງທ່ຽວທັງໝົດໃນປີນີ້ ແມ່ນໄມ້ງັດສຳຄັນ ແລະ ໂອກາດແກ່ຂະແໜງທ່ອງທ່ຽວເພີ່ມທະວີລະດັບຄວາມໄວການເຕີບໂຕ, ບຸກທະລຸ ແນໃສ່ປະຕິບັດເປົ້າໝາຍດຶງດູດແຂກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ.

ກ່າວຄຳເຫັນທີ່ພິທີໄຂ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເນັ້ນໜັກວ່າ, ໂລກລະບາດໂຄວິດ - 19 ໄດ້ເຮັດໃຫ້ໂຄງສ້າງສັງຄົມ ແລະ ຄວາມຊິນເຄີຍຂອງປະຊາຊົນປ່ຽນແປງໄປ ແຕ່ໄດ້ສ້າງທ່າອ່ຽງໃໝ່ໃນການທ່ອງທ່ຽວ. ຫວຽດນາມ ຍາມໃດກໍຢຶດໝັ້ນດ້ວຍຄຸນຄ່າຍືນຍົງ ເຊິ່ງຫຼາຍປີຜ່ານມາ ປະເທດ ຫວຽດນາມ, ການທ່ອງທ່ຽວ ຫວຽດນາມ ໄດ້ສ້າງຂຶ້ນໃນຈິດໃຈຂອງແຂກທ່ອງທ່ຽວສາກົນ. ນັ້ນແມ່ນສານສັນຕິພາບ, “ຫວຽດນາມ - ປະເທດປອດໄພ”, ຮູບແບບ “ຫວຽດນາມ - ຈຸດນັດພົບປອດໄພ, ເປັນມິດສະໜິດສະໜົມ, ດູດດື່ມ”, ຈຸດນັດພົບດ້ວຍ “ຄວາມງາມທີ່ສຸດສາຍຕາ”. ດ້ານອື່ນ, ຂະແໜງທ່ອງທ່ຽວຄວນເປັນເຈົ້າການ, ປະດິດຄິດສ້າງ ແລະ ຮັບມືຢ່າງຄ່ອງຕົວມີໄຫວພິບ ເພື່ອນຳການທອ່ງທ່ຽວສືບຕໍ່ພັດທະນາ, ພ້ອມແລ້ວທີ່ຈະຕ້ອນຮັບແຂກທ່ອງທ່ຽວກັບຄືນມາທ່ຽວ ຫວຽດນາມ ໃນປີ 2022 ແລະ ຊຸມປີຕໍ່ໄປ.

ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ອຳນາດການປົກຄອງ, ປະຊາຄົມວິສາຫະກິດ ແລະ ປະຊາຊົນທຸກຄົນ ຈົ່ງຮ່ວມແຮງຮ່ວມໃຈ, ສ້າງສະພາບແວດລ້ອມຂຽວແກ່ການພັດທະນາແບບຍືນຍົງຂອງຂະແໜງທ່ອງທ່ຽວ. ທ່ານນາຍົກລັດຖະມົນຕີຮຽກຮ້ອງວ່າ ຕ້ອງເປັນເຈົ້າການ, ຄ່ອງຕົວມີໄຫວພິບ ແລະ ຍູ້ແຮງການເປີດປະຕູການທ່ອງທ່ຽວສາກົນຕິດພັນກັບການຮັບມືຢ່າງປອດໄພ, ມີໄຫວພິບໃນສະພາບປົກກະຕິໃໝ່ໃຫ້ຫຼາຍກວ່າອີກ.

 

 

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top