ຕອນຄ່ຳວັນທີ 09 ພຶດສະພາ, ຢູ່ໂຮງລະຄອນ ຈຶງເວືອງ, ນະຄອນ ດ່ານັ້ງ, ສະຫະສະມາຄົມສົ່ງເສີມພັດທະນາຮູບເງົາ ຫວຽດນາມ ສົມທົບກັບພະແນກວັດທະນະທຳ ແລະ ກິລາ ນະຄອນ ຈັດພິທີໄຂງານມະໂຫລານຟິມຮູບເງົາ ອາຊີ - ດ່ານັ້ງ ຄັ້ງທີ 1 ປີ 2023 (DANAFF I).
ເມື່ອເຂົ້າຮ່ວມ DANAFF I, ເພື່ອນມິດ ແລະ ຜູ້ຮ່ວມອາຊີບຮູບເງົາສາກົນ ບໍ່ພຽງແຕ່ໄດ້ຮັບຊົມບັນດາຮູບເງົາທີ່ໄດ້ຄັດເລືອກໃໝ່ສຸດຂອງຮູບເງົາ ຫວຽດນາມ ເທົ່ານັ້ນ, ຫາກຍັງໄດ້ຄົ້ນຫາດິນແດນ ກວາງນາມ, ດ່ານັ້ງ ອີກດ້ວຍ. ຜູ້ຊົມ ແລະ ບັນດາຜູ້ຜະລິດຮູບເງົາ ຫວຽດນາມ ກໍ່ໄດ້ຮັບຊົມບັນດາຮູບເງົາພິເສດຂອງບັນດາພື້ນຖານຮູບເງົາຢູ່ພາກພື້ນ ອາຊີ - ປາຊີຟິກ; ແລກປ່ຽນ, ຮ່ຳຮຽນເອົາຈາກບັນດານັກຊ່ຽວຊານຮູບເງົາສາກົນ.
ທ່ານ ເລຈູງຈິງ, ປະທານຄະນະກຳມະການປະຊາຊົນນະຄອນ ດ່ານັ້ງ, ຖືວ່າ:
“ສຳລັບງານມະໂຫລານຮູບເງົາ ອາຊີ - ດ່ານັ້ງ ຄັ້ງນີ້, ນະຄອນ ດ່ານັ້ງ ປາດຖະໜາຢາກສ້າງເຄື່ອງໝາຍລະດັບພາກພື້ນ ແລະ ສາກົນໃນຂົງເຂດຮູບເງົາ, ປະກອບສ່ວນຊຸກຍູ້ການເຊື່ອມໂຍງ ແລະ ການຮ່ວມມືຂອງຮູບເງົາ ຫວຽດນາມ ເວົ້າລວມ ແລະ ຮູບເງົາ ດ່ານັ້ງ ເວົ້າສະເພາະ; ແມ່ນກາລະໂອກາດເພື່ອແລກປ່ຽນດ້ານວິຊາສະເພາະລະຫວ່າງຜູ້ຜະລິດຮູບເງົາຢູ່ພາຍໃນ ແລະ ຕ່າງປະເທດ; ຊອກຫາກາລະໂອກາດຮ່ວມມືຜະລິດ, ເປີດກວ້າງຕະຫຼາດຮູບເງົາ, ກໍ່ຄືປະກອບສ່ວນໂຄສະນາປະເທດຊາດ ແລະ ຊາວ ຫວຽດນາມ”.