• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂງານມະໂຫລານຮູບເງົາສາກົນ ຮ່າໂນ້ຍ ຄັ້ງທີ 7

ງານມະໂຫລານຈັດຂຶ້ນແຕ່ວັນທີ 07 – 11 ພະຈິກ, ດ້ວຍຫຼາຍເຫດການທີ່ດຶງດູດໃຈ.
ທີ່ພິທີໄຂ (ພາບ: TTXVN)

 ງານມະໂຫລານຮູບເງົາສາກົນ ຮ່າໂນ້ຍ ຄັ້ງທີ 7 ໄຂຂຶ້ນໃນຕອນຄ່ຳວັນທີ 07 ພະຈິກ, ຢູ່ ຮ່າໂນ້ຍ. ເຫດການເພື່ອເຊີດຊູບັນດາຮູບເງົາດີເດັ່ນຂອງສາກົນ ແລະ  ຫວຽດນາມ. ງານມະໂຫລານຈັດຂຶ້ນແຕ່ວັນທີ 07 – 11 ພະຈິກ, ດ້ວຍຫຼາຍເຫດການທີ່ດຶງດູດໃຈ. ມີ 51 ປະເທດ ແລະ ເຂດແຄວ້ນໄດ້ເຂົ້າຮ່ວມ, ຄື: ອາເມລິກາ, ຝລັ່ງ, ເຢຍລະມັນ, ນອກແວ, ຈີນ, ຍີ່ປຸ່ນ.. ຮູບເງົາ 117 ເລື່ອງທີ່ໄດ້ຄັດເລືອກເຂົ້າໃນບັນດາປະເພດຮູບເງົາເຂົ້າຮ່ວມການແຂ່ງຂັນຈະໄດ້ນຳບັນດາບັນຫາທົ່ວໂລກ, ການດຳລົງຊີວິດທີ່ເປັນຫຼາຍຮູບຫຼາຍແບບ, ກໍຄືຈຸດຄວາມງາມ, ຮີດຄອງປະເພນີສະເພາະຂອງແຕ່ລະຊາດໃນໂລກມາໃຫ້ຜູ້ຊົມ.

ກ່າວຄຳເຫັນໄຂພິທີ, ທ່ານນາງ ຫວູທູຮ່າ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ, ທັງເປັນຫົວໜ້າຄະນະຊີ້ນຳງານມະໂຫລານຮູບເງົາ, ເນັ້ນໜັກວ່າ:

“ໂດຍສືບຕໍ່ຜົນສຳເລັດຂອງງານມະໂຫລານ 6 ຄັ້ງ, ງານມະໂຫລານຮູບເງົາຄັ້ງທີ 7 ມີຈຳນວນບັນດາປະເທດ ແລະ ເຂດແຄ້ວນ, ກໍຄືບັນດາປະເພດຮູບເງົາ, ຮູບເງົາເອກະສານ, ກະຕູນລ້ວນແຕ່ເພີ່ມຂຶ້ນ. ງານມະໂຫລານຄັ້ງນີ້ກໍ່ແມ່ນໂອກາດເພື່ອໃຫ້ບັນດາຜູ້ຜະລິດ, ຜູ້ກຳກັບການສະແດງ, ນັກສິລະປິນ, ນັກສະແດງດີເດັ່ນຢູ່ພາຍໃນ ແລະ ຕ່າງປະເທດແຜ່ຂະຫຍາຍຄວາມເມົາມົວກັບອາຊີບ, ຊອກຫາໂອກາດຮ່ວມມືຜະລິດ, ເປີດກວ້າງຕະຫຼາດຮູບເງົາໂລກເວົ້າລວມ ແລະ  ຫວຽດນາມ ເວົ້າສະເພາະ”.

(ແຫຼ່ງຄັດຈາກ VOV)

ເປີດ​ສະຫຼອງ​ສູນ​ອາ​ວະ​ກາດ ຫວຽດ​ນາມ: ພັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ​ຈັກ​ກະ​ວານ​ອາ​ວະ​ກາດ

ເປີດ​ສະຫຼອງ​ສູນ​ອາ​ວະ​ກາດ ຫວຽດ​ນາມ: ພັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ​ຈັກ​ກະ​ວານ​ອາ​ວະ​ກາດ

ຕອນເຊົ້າວັນທີ 13 ມີນາ, ຢູ່ເຂດອຸດສາຫະກຳສູງ ຮວ່າລາກ, ຮ່າໂນ້ຍ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ແລະ ບັນດາຜູ້ແທນໄດ້ຕັດແຖບຜ້າເປີດສະຫຼອງກິດຈະກຳສູນອາວະກາດ ຫວຽດນາມ. ນີ້ແມ່ນພື້ນຖານໂຄງລ່າງທີ່ທັນສະໄໝ, ມີຂອບຂະໜາດ ແລະ ລະດັບເຕັກໂນໂລຢີນອນໃນກຸ່ມກ້າວໜ້າໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້, ໄດ້ຜັນຂະຫຍາຍດ້ວຍແຫຼ່ງທຶນຊ່ວຍເຫຼືອຫຼ້າ (ODA) ຂອງລັດຖະບານ ຍີ່ປຸ່ນ ລວມມູນຄ່າລົງທຶນກວ່າ 7.000 ຕື້ດົ່ງ (280 ລ້ານ USD).

Top