• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂງານບຸນດອກບັກວິດ “ພະລັງຊີວິດເຂດພູພຽງຫີນ”

ຕອນຄຳວັນທີ 26 ພະຈິກ ຢູ່ເມືອງ ດົ່ງວັນ ແຂວງ ຮ່າຢາງ ງານບຸນດອກບັກວິດຄັ້ງທີ 8 ປີ 2022 ໄດ້ໄຂຂຶ້ນຢ່າງເປັນທາງການ ເຊິ່ງມີການເຂົ້າຮ່ວມຂອງແຂກທ່ອງທ່ຽວຈາກທຸກສາລະທິດ.

ຕອນຄຳວັນທີ 26 ພະຈິກ ຢູ່ເມືອງ ດົ່ງວັນ ແຂວງ ຮ່າຢາງ ງານບຸນດອກບັກວິດຄັ້ງທີ 8 ປີ 2022 ໄດ້ໄຂຂຶ້ນຢ່າງເປັນທາງການ ເຊິ່ງມີການເຂົ້າຮ່ວມຂອງແຂກທ່ອງທ່ຽວຈາກທຸກສາລະທິດ.

   ລາຍການສະແດງສິລະປະທີ່ພິທີໄຂງານບຸນດອອກບັກວິດ “ພະລັງຊີວິດເຂດພູພຽງຫີນ”.  

ດ້ວຍຫົວຂໍ້ “ພະລັງຊີວິດເຂດພູພຽງຫີນ” ງານບຸນດອກບັກວິດ ແນໃສ່ໂຄສະນາ ແລະ ຊຸກຍູ້ການທ່ອງທ່ຽວໃນແຂວງຮ່າຢາງ. ມາຮ່ວມງານບຸນແຂກທ່ອງທ່ຽວຈະໄດ້ຮັບຊົມຄວາມງາມຂອງດອກບັກວິດ ນອກຈາກນັ້ນກໍ່ຍັງຈະໄດ້ຢ້ຽມຊົມຄົ້ນຫາຄວາມເປັນເອກະລັກສະເພາະຂອງວັດທະນະທຳ ແລະ ປະຊາຊົນຢູ່ເຂດພູພຽງຫີນ ດົ່ງວັນ ທີ່ໃຫຍ່ໂຕມະໂຫຖານ.  ກ່າວຄຳເຫັນທີ່ພິທີ, ທ່ານປະທານຄະນະກຳມະການປະຊາຊົນແຂວງ ຮ່າຢາງ ຫງວຽນວັນເຊີນ ເນັ້ນໜັກວ່າ ນີ້ແມ່ນເຫດການວັດທະນະທຳທ່ອງທ່ຽວທີ່ສຳຄັນ ແນໃສ່ເຊີດຊູຄວາມງາມຂອງດອກໄມ້ທີ່ເປັນເອກະລັກສະເພາະຢູ່ເຂດພູພຽງຫີນ ແລະ ແຜ່ກະຈາຍບັນດາຄຸນຄ່າທີ່ເປັນເອກະລັກ,  ບັນດາຮູບພາບທີ່ສວຍງາມ ກ່ຽວກັບທຳມະຊາດ ປະຊາຊົນ ວັດທະນະທຳ ຄວາມຄາດຫວັງບືນຕົວຂຶ້ນຂອງພໍ່ແມ່ພີ່ນ້ອງບັນດາເຜົ່າໃນແຂວງ ຮ່າຢາງ.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ຫວຽດ​ນາມ ພັດ​ທະ​ນາ​ຢ່າງ​ຂະ​ຫຍັນ​ຂັນ​ເຄື່ອນ, ບໍ​ລິ​ຫານ​ຢ່າງ​ມີ​ປະ​ສິດ​ທິ​ຜົນ

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ຫວຽດ​ນາມ ພັດ​ທະ​ນາ​ຢ່າງ​ຂະ​ຫຍັນ​ຂັນ​ເຄື່ອນ, ບໍ​ລິ​ຫານ​ຢ່າງ​ມີ​ປະ​ສິດ​ທິ​ຜົນ

ປັດ​ຈຸ​ບັນ, ຫວຽດ​ນາມ ພວມ​ຜັນ​ຂະ​ຫຍາຍ​ການ​ສັບ​ຊ້ອນ​ກົງ​ຈັດ​ລັດ​ໃຫ້​ກະ​ທັດ​ລັດ​ຢ່າງ​ແຮງ, ປັບ​ປຸງ​ລະ​ບອບ​ລະ​ບຽບ​ການ​ໃຫ້​ສົມ​ບູນ​ແບບ ແລະ ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ບໍ​ລິ​ຫາ​ນ​ແຫ່ງ​ຊາດ. ເປົົ້າ​ໝາຍ​ໃຫຍ່​ສຸດ​ແມ່ນ​ເພື່ອ​ສ້າງ​ກຳ​ລັງ​ໜູນ​ພັດ​ທະ​ນາ​ໃໝ່, ຍົກ​ສູງ​ກຳ​ລັງ​ແຮງ​ແກ້ງ​ແຍ້ງ ແລະ ກຳ​ລັງ​ແຮງ​ທົນ​ທານ​ຂອງ​ປະ​ເທດ ໃນ​ສະ​ພາບ​ການ​ໂລກ​ມີ​ການ​ຜັນ​ແປ​ຢ່າງວ່ອງ​ໄວ ແລະ ສັບ​ສົນ.

Top