• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂງານຕະຫຼາດນັດລະດູບານໃໝ່ຄັ້ງທີ 1 ປີ 2026

ງານຕະຫຼາດນັດມຸ່ງໄປເຖິງການສ້າງເຂດລະດູບານໃໝ່ ຫວຽດນາມ ຮຸ່ງເຮືອງ, ເຂັ້ມຂຸ້ນໄປດ້ວຍສີສັນຊາດ.
  (ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ກ່າວຄຳເຫັນທີ່ພິທີ)  

 ງານຕະຫຼາດນັດລະດູບານໃໝ່ 2026 ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 02 ກຸມພາ, ຢູ່ສູນງານຕະຫຼາດນັດວາງສະແດງແຫ່ງຊາດ (VEC), ດົງແອັງ, ຮ່າໂນ້ຍ. ໂດຍໄດ້ຈັດຂຶ້ນແຕ່ວັນທີ 02 – 13 ກຸມພາ, ງານຕະຫຼາດນັດແມ່ນເຫດການສົ່ງເສີມການຄ້າລະດັບຊາດທີ່ມີຂອບຂະໜາດໃຫຍ່, ໂດຍລັດຖະບານຊີ້ນຳ, ກະຊວງອຸດສາຫະກຳການຄ້າ ຫວຽດນາມ ເປັນເຈົ້າພາບ, ສົມທົບກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຈັດຂຶ້ນ.

        ດ້ວຍຫົວຂໍ້ “ເຊື່ອມຕໍ່ຄວາມວັດທະນາຖາວອນ - ຕ້ອນຮັບລະດູບານໃໝ່ທີ່ຮຸ່ງເຮືອງ”, ງານຕະຫຼາດນັດ, ລວມມີ: ເຂດທ້ອງຖິ່ນດ້ວຍຫົວຂໍ້ - ນະຄອນ ໂຮ່ຈີມິນ ຮັກສາບົດບາດໃຈກາງຂອງງານຕະຫຼາດນັດ, ແມ່ນຈຸດເລີ່ມຕົ້ນຂອງການເດີນທາງຍາມລະດູບານໃໝ່; ເຂດ “ທ່ອງທ່ຽວບ້ານເກີດເມືອງນອນ - ຜະລິດຕະພັນຫຼາຍເຂດພາກ”, “ລະດູບານໃໝ່ວັດທະນາຖາວອນ”… ງານຕະຫຼາດນັດມຸ່ງໄປເຖິງການສ້າງເຂດລະດູບານໃໝ່ ຫວຽດນາມ ຮຸ່ງເຮືອງ, ເຂັ້ມຂຸ້ນໄປດ້ວຍສີສັນຊາດ. ກ່າວຄຳເຫັນທີ່ພິທີໄຂ, ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ເນັ້ນໜັກວ່າ:

        “ງານຕະຫຼາດນັດລະດູບານໃໝ່ຄັ້ງທຳອິດນີ້ ສືບຕໍ່ເປັນການສ້າງສັນ, ກຳນົດສີສັນສະເພາະ: ງານຕະຫຼາດນັດຂອງສີສັນ ແລະ ຄວາມຄາດຫວັງບືນຕົວຂຶ້ນ - ແຫ່ງພົບກັນຂອງສິ່ງມະຫັດສະຈັນລະຫວ່າງວັດທະນະທຳທີ່ເປັນມູນເຊື້ອ ແລະ ປະດິດຄິດສ້າງຍຸກທັນສະໄໝ; ແຫ່ງເຕົ້າໂຮມຫຼາຍລາຍການ, ເຂດວັດທະນະທຳ, ອາຫານການກິນ, ການປະພຶດທີ່ເຂັ້ມຂຸ້ນໄປດ້ວຍສີສັນ, ເປັນເອກະລັກສະເພາະ ເພື່ອຮັບໃຊ້ປະຊາຊົນຕ້ອນຮັບບຸນເຕັດຢ່າງປິຕິຊົມຊື່ນ. ງານຕະຫຼາດນັດແມ່ນແຫ່ງແຜ່ກະຈາຍ, ຊຸກຍູ້ຄວາມເອກອ້າງທະນົງໃຈ “ຊາວ ຫວຽດນາມ ໃຫ້ບຸລິມະສິດນຳໃຊ້ສິນຄ້າ ຫວຽດນາມ” ຢ່າງແຮງ”.

        ພາຍຫຼັງພິທີໄຂງານຕະຫຼາດນັດລະດູບານໃໝ່ ຄັ້ງທີ 1 ປີ 2026, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ພ້ອມກັບການນຳບັນດາກະຊວງ, ຂະແໜງການສູນກາງ ແລະ ທ້ອງຖິ່ນ ໄດ້ໄປຢ້ຽມຊົມບັນດາຮ້ານວາງສະແດງຂອງທົ່ວປະເທດຢູ່ບັນດາເຂດວາງສະແດງໃນງານຕະຫຼາດນັດ.

(ແຫຼ່ງຄັດຈາກ VOV)

ການ​ນຳ ຫວຽດ​ນາມ​ສົ່ງ​ຈົດ​ໝາຍອວຍ​ພອນ​ປີ​ໃໝ່​ລາວ ແລະ ກຳ​ປູ​ເຈຍ

ການ​ນຳ ຫວຽດ​ນາມ​ສົ່ງ​ຈົດ​ໝາຍອວຍ​ພອນ​ປີ​ໃໝ່​ລາວ ແລະ ກຳ​ປູ​ເຈຍ

ເນື່ອງ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່ ຂອງ​ປະ​ເທດ ສ​ປ​ປ.ລາວ ແລະ ບຸນປີ​ໃໝ່ Chol Chhnam Thmey ຂອງ​ລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ, ບັນ​ດາ​ການ​ນຳ ຫວຽດ​ນາມ ໄດ້​ສົ່ງ​ຈົດ​ໝາຍອວຍ​ພອນ.

Top