• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປະ​ຊຸມ​ໃຫຍ່​ສຸດ​ຍອດ ລັດ​ຖະ​ບານ ໂລກ​ປຶກ​ສາ​ຫາ​ລື​ບັນ​ດາ​ສິ່ງ​ທ້າ​ທາຍ​ທົ່ວ​ໂລກ

ໂຄງການດຳເນີນງານຂອງ WGS 2026 ລວມມີ ວາລະປຶກສາຫາລື 445 ຄັ້ງ, ດ້ວຍການເຂົ້າຮ່ວມຂອງນັກປະຖະກະຖາກວ່າ 450 ທ່ານ ແລະ ຜູ້ອຳນວຍການຝ່າຍບໍລິຫານປະມານ 700 ທ່ານ ຂອງບັນດາກຸ່ມບໍລິສັດ.

ກອງປະຊຸມສຸດຍອດ ລັດຖະບານ ໂລກ (WGS) ຄາດວ່າຈະດຳເນີນຢູ່ Dubai, ສະຫະລັດ ອາຣັບ ເອມີເລັດ (UAE) ໃນລະຫວ່າງວັນທີ 3 ກຸມພາ - 5 ກຸມພາ, ໂດຍກມີການເຂົ້າຮ່ວມຂອງປະມຸກລັດ 40 ທ່ານ ແລະ ຜູ້ນຳລັດຖະບານກໍ່ຄືລັດຖະມົນຕີນັບຮ້ອຍທ່ານທີ່ມາຈາກ 150 ປະເທດໃນທົ່ວໂລກ.

ຕາມຄະນະຈັດຕັ້ງກອງປະຊຸມແລ້ວ, ໂຄງການດຳເນີນງານຂອງ WGS 2026 ລວມມີ ວາລະປຶກສາຫາລື 445 ຄັ້ງ, ດ້ວຍການເຂົ້າຮ່ວມຂອງນັກປະຖະກະຖາກວ່າ 450 ທ່ານ ແລະ ຜູ້ອຳນວຍການຝ່າຍບໍລິຫານປະມານ 700 ທ່ານ ຂອງບັນດາກຸ່ມບໍລິສັດ. ກອງປະຊຸມປີນີ້ ຈະປຶກສາຫາລືບັນດາບັນຫາທົ່ວໂລກໃຫຍ່ຄືອະນາຄົດຂອງ ລັດຖະບານ ແລະ ການຮ່ວມມືສາກົນ, ການພັດທະນາຂອງປັນຍາປະດິດ (AI) ແລະ ບັນດາຄວາມຂາດສະຖຽນລະພາບດ້ານເສດຖະກິດ. ລະດັບຄວາມສຳຄັນຂອງ WGS ຄືພື້ນຖານທົ່ວໂລກເປັນເອກະພາບ, ຊຸກຍູ້ບັນດາການພົວພັນ, ການກະທຳຮ່ວມ ແລະ ປັນຍາປະດິດລວມໝູ່, ການມອບສິດໃຫ້ແກ່ບັນດາລັດຖະບານເພື່ອສ້າງສະຖຽນລະພາບ ແລະ ວັດທະນາຖາວອນແບບຍືນຍົງ.

(ແຫຼ່ງຄັດຈາກ VOV)

ໄຂງານຕະຫຼາດນັດລະດູບານໃໝ່ຄັ້ງທີ 1 ປີ 2026

ໄຂງານຕະຫຼາດນັດລະດູບານໃໝ່ຄັ້ງທີ 1 ປີ 2026

ງານຕະຫຼາດນັດມຸ່ງໄປເຖິງການສ້າງເຂດລະດູບານໃໝ່ ຫວຽດນາມ ຮຸ່ງເຮືອງ, ເຂັ້ມຂຸ້ນໄປດ້ວຍສີສັນຊາດ.

Top